ເພງໃໝ່ຂອງວົງແບັກພິ້ງ ມີຜູ້ເຂົ້າຊົມເຖິງ 100 ລ້ານຄົນ

 ທຸບສະຖິຄວາມໂດ່ງດັງ ສຳ ລັບເພງ How You like That ຊຶ່ງເປັນເພງໃໝ່ຂອງສາວແບັກ ພິ້ງ (BLACKPINK) ຫຼ້າສຸດບີບີຊີ ລາຍງານວ່າມີຜູ້ຊົມຈາກທົ່ວໂລກຫຼາຍກວ່າ 1,65 ລ້ານຄົນ ຮ່ວມນັບຖອຍຫຼັງລໍຖ້າຊົມເອັມວີ ນີ້ພ້ອມກັນກ່ອນເວລາສາຍຕົວຈິງ ຊຶ່ງຖືວ່າເປັນສະຖິຕິໃໝ່ຂອງ Youtube Premiere ຖືເປັນຄວາມ ສຳເລັດທີ່ສຸດຫຼັງຈາກສາວໆຫາຍໜ້າຫາຍຕາໄປດົນເກືອບປີ.

  ດັງຢ່າງຕໍ່ເນື່ອງກັບມາທວງ ບັງລັງພ້ອມເພງໃໝ່ທີ່ຍອດວີວເພີ່ມ ຂຶ້ນສູງສຸດຍັງບໍ່ເຖິງ 2 ມື້ ສາວໆ ທຳລາຍສະຖິຕິໄປເປັນທີ່ຮຽບຮ້ອຍ ແລ້ວສຳລັບເພງໃໝ່ How You like That ໃຊ້ເວລາພຽງ 1 ວັນກັບ 8 ຊົ່ວໂມງເທົ່ານັ້ນໃນການ ສະສົມຍອດວີວມີວສິກວີດີໂອໃນຢູທູບຫຼາຍເຖິງ 100 ລ້ານວີວ ແນ່ ນອນວ່າດັງລະດັບນີ້ຂຶ້ນເປັນມີວສິກວີດີໂອຂອງສີລະປິນ K-Pop ທີ່ຍອດວີວ 100 ລ້ານວີວທີ່ເປັນສະຖິຕິໃໝ່ທີ່ໄວທີ່ສຸດໄປຮຽບຮ້ອຍ ແລ້ວຊຶ່ງປາກົດການນີ້ໄດ້ທຳລາຍສະຖິຕິເກົ່າຂອງວົງ BTS ໃນເພງ Boy With Luv ທີ່ເຄີຍສ້າງຍອດວີວ 100 ວີວພາຍໃນເວລາ 1 ວັນກັບ 13 ຊົ່ວໂມງ ບໍ່ທຳມະດາ ອີຫຼີສົມກັບການທີ່ແຟນໆລໍຄອຍ.

---------

ຮຽບຮຽງໂດຍ: ແກ້ວ