ຫວຽດນາມວາງແຜນຫຼຸດພາສີນໍ້າມັນເຮືອບິນ

 ສສ ຫວຽດນາມ ວາງແຜນຫຼຸດພາສີນໍ້າມັນເຮືອບິນລົງ 30% ເພື່ອຊ່ວຍເຫຼືອສາຍການບິນທ້ອງຖິ່ນຝ່າວິກິດການແຜ່ລະບາດຂອງພະຍາດໂຄວິດ-19.

  ຕາມຂ່າວຕ່າງປະເທດລາຍງານວ່າ ລັດຖະບານຫວຽດນາມວາງແຜນປັບຫຼຸດພາສີນໍ້າມັນເຊື້ອໄຟສຳລັບເຮືອບິນລົງ 30% ເພື່ອຊ່ວຍເຫຼືອສາຍການບິນທ້ອງຖິ່ນໃຫ້ລອດພົ້ນຈາກຜົນກະທົບຂອງການແຜ່ລະບາດຂອງໄວຣັດໂຄໂຣ ນາສາຍພັນໃໝ່ (ໂຄວິດ-19) ໂດຍກະຊວງກຳລັງລໍຖ້າການອະນຸມັດຮັບຮອງຈາກລັດຖະບານ ທີ່ຈະປັບຫຼຸດພາສີນໍ້າມັນເຊື້ອໄຟສຳລັບເຮືອບິນ ຈາກ 3.000 ດົງຕໍ່ລິດ (0,13 ໂດລາສະຫະລັດ) ເຫຼືອພຽງ 2.100 ດົງຕໍ່ລິດ ກະຊວງການ ເງິນຂອງຫວຽດນາມລະບຸວ່າ ການປັບຫຼຸດພາສີ ສິ່ງແວດລ້ອມກັບນໍ້າມັນເຊື້ອໄຟສຳລັບເຮືອບິນຈະຊ່ວຍໃຫ້ອຸດສາຫະກຳການບິນເອົາຊະນະຄວາມຫຍຸ້ງຍາກລໍາບາກໃນໄລຍະນີ້ ແລະຍັງ ຊ່ວຍກະຕຸ້ນການຄ້າ, ການທ່ອງທ່ຽວ ແລະການບໍລິການອື່ນໆອີກ ຢ່າງໃດກໍຕາມຂໍ້ສະເໜີເລື່ອງ ການຫຼຸດພາສີສິ່ງແວດລ້ອມໃນນໍ້າມັນເຮືອບິນນີ້ຍັງເປັນພຽງຮ່າງມະຕິຂອງສະມັດຊາແຫ່ງຊາດ ຫວຽດນາມທີ່ຢູ່ລະຫວ່າງການພິຈາລະນາຂອງກະຊວງ ແລະພາກສ່ວນຕ່າງໆຊຶ່ງຄາດວ່າຈະສາມາດມີຜົນບັງຄັບໃຊ້ໄດ້ໃນໄລຍະທ້າຍປີນີ້.

  ຈາກການປະເມີນຂອງສຳນັກງານການບິນ ພົນລະເຮືອນຂອງຫວຽດນາມຄາດວ່າເຖິງ ແມ່ນວ່າຈະສາມາດຄວບຄຸມສະຖານະການໄວຣັດໂຄວິດ-19 ໄດ້ ແຕ່ປະລິມານຜູ້ໂດຍສານຂອງຕະຫຼາດຂົນສົ່ງໃນປີນີ້ໜ້າຈະມີພຽງ 61,2 ລ້ານຄົນຫຼຸດລົງ 22,6% ເມື່ອທຽບກັບປີທີ່ ຜ່ານມາ ແລະຄາດວ່າປີນີ້ສາຍການບິນຫວຽດນາມຈະມີຜູ້ໃຊ້ບໍລິການເປັນຄົນຕ່າງປະເທດປະມານ 10,4 ລ້ານຄົນຫຼຸດລົງ 41% ແລະມີຜູ້ ໂດຍສານພາຍໃນປະເທດ 35,5 ລ້ານຄົນຫຼຸດ ລົງ 5%.