ອິນໂດເນເຊຍ ໄດ້ເງິນກູ້ 1 ຕື້ໂດລາຈາກ ເອໄອໄອບີ

 ທະນາຄານການລົງທຶນໃນ ໂຄງສ້າງພື້ນຖານແຫ່ງອາຊີ (AIIB) ອະນຸມັດງເງິນກູ້ຈຳນວນ 1 ຕື້ໂດລາສະຫະລັດໃຫ້ແກ່ອິນໂດ ເນເຊຍ ສຳລັບໃຊ້ໃນ 2 ໂຄງການ ແລະກະຕຸ້ນເສດຖະກິດໃຫ້ຟື້ນຕົວຈາກຜົນກະທົບທີ່ເນື່ອງມາຈາກ ການແຜ່ລະບາດຂອງເຊືອພະຍາດໂຄວິດ-19.

  ຕາມຂ່າວຕ່າງປະເທດລາຍ ງານວ່າ AIIB ລະບຸໃນຖະແຫຼງການວ່າເງິນກູ້ຊຸດທຳອິດເປັນຈຳນວນເງິນ 750 ລ້ານໂດລາ ແລະ ສະໜັບສະໜູນຈາກທະນາຄານ ພັດທະນາອາຊີ (ເອດີບີ) ຈະນໍາໄປ ໃຊ້ໃນການຊ່ວຍເຫຼືອທາງການເງິນ ໃຫ້ກັບຂະແໜງທຸລະກິດ ຊຶ່ງລວມ ທັງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ (SMEs) ຕະຫຼອດຮອດມອບຄວາມຊ່ວຍເຫຼືອໃຫ້ກັບຄອບຄົວທີ່ມີຖານະທຸກຍາກ ແລະ ເສີມສ້າງລະບົບເບີ່ງແຍງສຸຂະພາບຂອງປະເທດ, ນອກ ຈາກນີ້ ເອໄອ ໄອບີ ຍັງອະນຸມັດເງິນຊ່ວຍເຫຼືອ ເພີ່ມຕື່ມອີກ 250 ລ້ານໂດລາ ພາຍໃຕ້ຄວາມຮ່ວມມືກັບທະນາຄານໂລກ ເພື່ອໃຫ້ລັດຖະບານອິນ ໂດເນເຊຍນໍາໄປພັດທະນາຄວາມສາມາດໃນການຕອບສະໜອງຕໍ່ບັນຫາສຸຂະພາບລວມທັງຄວາມສາມາດໃນການກວດຫາເຊື້ອພະຍາດ, ເຝົ້າລະວັງ, ປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19 ຕະຫຼອດຮອດການກຽມຄວາມພ້ອມໃຫ້ກັບໂຮງໝໍໃນປະເທດ.

  ທ່ານ ດີເຈ ແພນດຽນ ຮອງປະທານ ເອໄອໄອບີ ກ່າວວ່າ ການ ແຜ່ລະບາດຂອງເຊື້ອໂຄວິດ-19 ເຮັດໃຫ້ປະເທດກຳລັງພັດທະນາຕ້ອງປະເຊີນກັບຄວາມຍາກລໍາບາກໃນການໃຫ້ຄວາມຊ່ວຍເຫຼືອ ທ່ວງທັນໃຫ້ກັບປະຊາຊົນການສະໜັບສະໜູນທາງການເງິນໃຫ້ກັບອິນໂດເນເຊຍໃນຄັ້ງນີ້ ຈະຊ່ວຍໃຫ້ ລັດຖະບານອິນໂດເນເຊຍສາມາດຮັບມືກັບບັນຫາໃນໄລຍະທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນຄືແນວນີ້.

-------

ໜັງສືພິມເສດຖະກິດ-ສັງຄົມ