ວິທີເຮັດນໍ້າສະກັດຊີວະພາບປາບແມງໄມ້

  ການປູກຝັງເຮັດກະສິກໍາຕ່າງໆບໍ່ວ່າຈະເປັນລະດູໃດກໍມັກຈະມີສັດຕູພືດ ຫຼືແມງໄມ້ມາທໍາລາຍພືດຜັກຜົນລະປູກຂອງຊາວສວນຢູ່ຕະຫຼອດຍິ່ງໄປກວ່ານັ້ນແມ່ນເຮັດໃຫ້ຜົນຜະລິດເສຍຫາຍ, ບໍ່ໄດ້ຄຸນນະພາບ ຫຼືມີປະລິມານໜ້ອຍລົງຊຶ່ງເຊື່ອວ່າເປັນສິ່ງທີ່ຊາວກະສິກອນບໍ່ປະສົງໃຫ້ເກີດຂຶ້ນ. ດັ່ງນັ້ນ, ຄໍລໍາກະສິກໍາວັນນີ້ຈະນໍາສະເໜີວິທີເຮັດນໍ້າສະກັດຊີວະພາບປາບແມງໄມ້ໃຫ້ຕາຍມາໃຫ້ທ່ານຜູ້ອ່ານໄດ້ທົດລອງນໍາໄປໃຊ້ນໍາກັນ.
  ອີງຕາມຂໍ້ມູນຂ່າວສານເພື່ອການພັດທະນາ ໃຫ້ຮູ້ວ່າ: ວິທີການເຮັດນໍ້າສະກັດຊີວະພາບສາມາດເຮັດໄດ້ແບບງ່າຍໆ ແລະນໍາໃຊ້ວັດຖຸດິບທີ່ຫາໄດ້ໂດຍທົ່ວໄປ, ຊຶ່ງສ່ວນ ປະກອບຕົ້ນຕໍມີຄື: ເຫຼົ້າຂາວ 1 ລິດ,ກາກນໍ້າຕານ 1 ກິໂລກຣາມ, ນໍ້າສົ້ມສາຍຊູ 1 ລິດ,ຢາເສັ້ນ (ຢາສູບ) 3 ຂີດ, ຂ່າແກ່ 5 ກິໂລກຣາມ, ຫົວເຊື້ອ Em 0,3 ລິດ. ສໍາລັບວິທີເຮັດລວມມີ 3 ຂັ້ນຕອນຄື: 1) ຊອຍຫົວຂ່າແກ່ທີ່ກຽມໄວ້ເປັນຕ່ອນບາງໆນໍາໄປຕົ້ມໃຫ້ຟົດພ້ອມກັບຢາສູບໂດຍໃສ່ນໍ້າສະອາດໃນປະລິມານທີ່ພໍດີຖ້ວມຂ່າ ແລະຢາສູບ, ໃຊ້ເວລາຕົ້ມປະມານ 1 ຊົ່ວໂມງຈາກນັ້ນປົງໄວ້ໃຫ້ເຢັນ. 2) ຕອງເອົານໍ້າຕົ້ມຂ່າ ແລະ ຢາສູບ (ສ່ວນກາກແມ່ນຖິ້ມ) ມາປະສົມກັບສ່ວນປະກອບທີ່ເຫຼືອທັງໝົດ ທີ່ກ່າວມາຂ້າງເທິງແລ້ວຄົນໃຫ້ເຂົ້າກັນ. 3) ນໍາເອົານໍ້າສະກັດທີ່ເຮົາປະສົມໄວ້ເທໃສ່ຖັງ ຫຼືພາຊະນະທີ່ມີຝາປິດ. ຫຼັງຈາກນັ້ນ, ໝັກປະໄວ້ຢ່າງໜ້ອຍທີ່ສຸດ 24 ຊົ່ວໂມງ ຖືເປັນອັນສໍາເລັດ.
  ວິທີການໃຊ້: ຫຼັງຈາກໄດ້ນໍ້າໝັກແລ້ວໃຫ້ຕັກເອົານໍ້າໝັກດັ່ງກ່າວຈໍານວນ 5 ບ່ວງແກງ ປະສົມກັບນໍ້າ 10 ລິດນໍາໄປສີດໃສ່ຜັກທຸກໆ 3 ມື້ ເພື່ອປ້ອງກັນພະຍາດໃນພືດຕ່າງໆ, ຄວນສີດເປັນປະຈໍາຕັ້ງແຕ່ຜັກອາຍຸ 2 ຫາ 3 ອາທິດຂຶ້ນໄປເພື່ອປ້ອງກັນບໍ່ໃຫ້ສັດຕູພືດມາກິນ ຫຼືທໍາລາຍພືດຜັກຂອງເຮົາໄດ້.