ແຂວງຄໍາມ່ວນ ເປີດກອງປະຊຸມໃຫຍ່ ຄັ້ງທີ I

  ກອງປະຊຸມໃຫຍ່ຄັ້ງທີ I ແລະປະກາດຮັບຮອງໜ່ວຍຊາວໜຸ່ມ 4 ບຸກພ້ອມດ້ວຍສະມາຊິກຊາວໜຸ່ມ 4 ບຸກຂອງໜ່ວຍຊາວໜຸ່ມພະແນກສຶກສາທິການ ແລະ ກີລາແຂວງໄດ້ເປີດຂຶ້ນໃນວັນທີ 19 ມິຖຸນາ ທີ່ຜ່ານມາທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສີສົມພອນ ສິງຫາລາດ ເລຂາໜ່ວຍຊາວໜຸ່ມເປັນກຽດເຂົ້າຮ່ວມຂອງສະຫາຍ ເຫຼັງຄໍາ ໄຊຄໍາຜັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ, ສະຫາຍ ບຸນປອນ ທອງສຸວັນນະລາດ ຮອງຫົວ ໜ້າພະແນກສຶກສາທິການ ແລະກີລາແຂວງຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນມີບັນດາສະຫາຍກອງເລຂາ 4 ບຸກຂັ້ນແຂວງ,ແຂກຖືກເຊີນພ້ອມດ້ວຍສະມາຊິກ ຊາວໜຸ່ມເຂົ້າຮ່ວມ 75 ສະຫາຍ, ຍິງ 45 ສະຫາຍ.

  ສະຫາຍ ຫວນຮັກ ຂຸນລໍວົງສາ ຮອງເລຂາໜ່ວຍຊາວໜຸ່ມໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໂດຍສະເພາະການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໄລຍະ 1 ປີຜ່ານມາ ແລະສາມາດຈັດປະເພດໃນແຕ່ລະດ້ານຄື: ບຸກດ້ານການເມືອງ ແນວຄິດປະຕິບັດໄດ້ 90%, ບຸກ ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ 90%, ບຸກດ້ານການຈັດຕັ້ງ 90% ແລະບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ 90%, ພ້ອມດຽວກັນກໍ່ໄດ້ມອບປ້າຍ 4 ບຸກ, ສະມາ ຊິກຊາວໜຸ່ມ 4 ບຸກ ແລະໃບຍ້ອງຍໍໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນຈໍານວນ 71 ສະຫາຍ, ຍິງ 43 ສະຫາຍເປັນກຽດມອບໂດຍ ສະຫາຍ ເຫຼັງຄໍາ ໄຊຄໍາຜັນ ຮອງເລຂາຄະນະບໍລິຫານງານຊາວ ໜຸ່ມແຂວງຄໍາມ່ວນ.

  ພາຍຫຼັງສໍາເລັດພິທີຮັບຮອງ ໜ່ວຍຊາວໜຸ່ມ 4 ບຸກ ແລະສະມາຊິກຊາວໜຸ່ມ 4 ບຸກ ກໍ່ໄດ້ສືບຕໍ່ດໍາເນີນກອງປະຊຸມໃຫຍ່ຄັ້ງທີ I ຊຶ່ງເປັນກຽດຂຶ້ນຜ່ານບົດລາຍງານ ການເມືອງທັງ 2 ພາກ ໂດຍສະຫາຍ ສີສົມພອນ ສິງຫາລາດ ເລຂາໜ່ວຍຊາວໜຸ່ມຊຶ່ງໄດ້ຍົກເຫັນຜົນງານຫຼາຍດ້ານໃນການເຄື່ອນໄຫວຈັດຕັ້ງປະຕິບັດຕະຫຼອດໄລຍະ 5 ປີຜ່ານມາທີ່ໄດ້ພ້ອມກັນສຸມໃສ່ຢ່າງຕັ້ງໜ້າຊຶ່ງສະແດງໃຫ້ເຫັນໃນການປະກາດຮັບຮອງໜ່ວຍຊາວໜຸ່ມ 4 ບຸກ ແລະສະມາຊິກຊາວໜຸ່ມ 4 ບຸກ ໃນແຕ່ລະປີຜ່ານມາ,

  ຈາກນັ້ນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ຊຶ່ງມີຜູ້ສະໝັກຈໍານວນ 5 ສະຫາຍ, ເລືອກເອົາ 3 ສະຫາຍ ຜົນການຄັດເລືອກກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງເຫັນດີຮັບຮອງເອົາສະຫາຍ ອຸດຕະມະ ຈັນນິຍະວົງ ເປັນເລຂາໜ່ວຍຊາວໜຸ່ມ, ສະຫາຍ ບຸນຖັນ ແສງມະນີວົງ ເປັນຮອງເລຂາທັງເປັນປະທານກວດກາ ແລະສະຫາຍນາງ ສຸກສະໄໝ ໄຊຄໍາຜັນ ເປັນຄະນະ.

____________

ໂດຍ: ສັນຍາ,  ໜັງສືພິມເສດຖະກິດ-ສັງຄົມ