ສຶກສາອຸດົມໄຊ ລົງຊຸກຍູ້ວຽກພະລະ-ສີລະປະ

ເມື່ອບໍ່ດົນມານີ້ຂະແໜງພະລະ-ສິລະປະສຶກສາ, ຂະແໜງ ກີລາລະດັບສູງ ແລະຂະແໜງ ມວນຊົນພະແນກສຶກສາທິການ ແລະກີລາແຂວງອຸດົມໄຊ ລົງຊຸກຍູ້ຊ່ວຍເຫຼືອວຽກງານພະລະ-ສິລະປະສຶກສາ ແລະວຽກງານກີລາຂັ້ນເມືອງ, ໃນວັນທີ 17 ມິຖຸນາ 2020 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະກີລາເມືອງແບງ ໄດ້ມີການຖອດຖອນບົດຮຽນແນະນຳວຽກງານກ່ຽວກັບການຈັດຕັ້ງປະຕິບັດວຽກງານພາລະ-ສິລະປະສຶກສາ ແລະກີລາ, ເຂົ້າຮ່ວມຂັ້ນເມືອງມີທ່ານ ໄມ່ເສົາ ທະນົມພອນ ແລະທ່ານ ບົວລາ ແກ້ວວົງສາ ຮອງຫົວໜ້າຫ້ອງການ, ມີຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານ ແລະວິຊາການໜ່ວຍງານພະລະ-ສິລະປະສຶກສາ ແລະ ໜ່ວຍງານກີລາ-ກາຍະກຳເຂົ້າ ຮ່ວມ.

 ການລົງໄປເຮັດວຽກຄັ້ງນີ້, ແມ່ນໄດ້ຕິດຕາມຊຸກຍູ້ວຽກງານຂອງໜ່ວຍງານພະລະ-ສິລະປະສຶກສາ ແລະໜ່ວຍງານກີລາ-ກາຍະກຳຂອງຫ້ອງການສຶກສາທິການ ແລະກີລາເມືອງໃຫ້ມີຄວາມ ເຂັ້ມແຂງ ແລະຮັບປະກັນຄຸນນະພາບ,ໃນໂອກາດນີ້ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງເມືອງຈາກ ໜ່ວຍງານທີ່ຮັບຜິດຊອບ ແລະໄດ້ປອບກອບຄຳຄິດເຫັນແລກ ປ່ຽນບົດຮຽນ, ສະພາບລວມ ແລະ ຂໍ້ສະເໜີຕ່າງໆ, ທາງທີມງານຂັ້ນ ແຂວງຍັງໄດ້ເນັ້ນໜັກໃຫ້ທາງ ໜ່ວຍງານພະລະ-ສິລະປະສຶກສາ ແລະໜ່ວຍງານກີລາ-ກາຍະກຳ ສືບຕໍ່ປະຕິບັດໜ້າທີ່ວຽກງານ ຂອງຕົນໃຫ້ມີຄຸນນະພາບຮັບປະ ກັນຕາມ 3 ລັກສະນະ ແລະ5 ຫຼັກມູນຂອງການສຶກສາ,ພ້ອມທັງໄດ້ຊຸກຍູ້ກຳລັງໃຈໃຫ້ພະນັກງານພ້ອມກັນສືບຕໍ່ເຮັດໜ້າທີ່ຂອງຕົນ,ໂດຍສະເພາະຊຸກຍູ້ວຽກງານກີລາພາຍໃນເມືອງໃຫ້ມີການເຄື່ອນໄຫວເປັນຂະບວນ ການຟົດຟື້ນເພື່ອກໍ່ສ້າງ ແລະສົ່ງເສີມຜູ້ທີ່ມີພອນສະຫວັນທາງດ້ານສິລະປະສຶກສາ ແລະກີລາເປັນຜູ້ສືບທອດໃນອະນາຄົດ.