ບໍ່ຄຳ-ທອງເຊໂປນ ສະຫຼອງຂີດໝາຍຍຸກໃໝ່ແຫ່ງການຜະລິດຄຳ

 ໃນວັນທີ 23 ມິຖຸນາ 2020, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ລິມິເຕັດ (LXML) ບໍ່ຄຳ-ທອງເຊໂປນ ໄດ້ສະເຫຼີມສະຫຼອງການຫຼອມຄຳແທ່ງທຳອິດເປັນຂີດໝາຍ ‘ຍຸກ ໃໝ່ແຫ່ງການຜະລິດຄຳ’ ຂອງໂຄງການຄຳ-ທອງເຊໂປນ ທີ່ເມືອງວິລະບູລີ, ແຂວງສະຫວັນນະເຂດ, ການກັບຄືນມາຜະລິດຄຳຈະຍືດອາຍຸການຂຸດຄົ້ນບໍ່ແຮ່ຂອງໂຄງ ການຄຳ-ທອງເຊໂປນ ໄປອີກຢ່າງຕໍ່າ 10 ປີ ແລະຈະສືບຕໍ່ສ້າງວຽກເຮັດງານທຳ ແລະສ້າງລາຍໄດ້ກໍຄືປັບປຸງຊີວິດການເປັນຢູ່ຂອງຊຸມຊົນເຈົ້າພາບ. LXML ຈະສືບຕໍ່ປະກອບສ່ວນໃສ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍຄາດວ່າຈະຜະລິດແທ່ງຄຳໄດ້ປະມານ 250.000 ອອນສ໌ຕໍ່ປີ ພ້ອມທັງລົງທຶນຫຼາຍຂຶ້ນໃສ່ວຽກງານສຳຫຼວດ ແລະໂຄງການຂະຫຍາຍອື່ນໆ.
  ໃຫ້ກຽດເປັນສັກຂີພິຍານໃນພິທີຫຼອມຄຳຄັ້ງນີ້ມີທ່ານ ທ່ອນແກ້ວ ພຸດທະໄກຍາລາດ ຮອງເຈົ້າແຂວງໆ ສະຫວັນນະເຂດ, ທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງໆວິລະບູລີ, ທ່ານ ຝູ ເຊຍເຊີນ ປະທານ LXML, ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML, ຕາງໜ້າຈາກບໍລິສັດ ແລະພະແນກການຂັ້ນແຂວງ ແລະເມືອງທີ່ກ່ຽວຂ້ອງ.
  ທ່ານ ພໍ ແຮຣິສ, ຜູ້ຈັດການໃຫຍ່ LXMLໄດ້ກ່າວວ່າ: “ມື້ນີ້ເປັນອີກຂີດໝາຍໜຶ່ງທີ່ສຳຄັນຂອງ LXML ໃນການຫັນປ່ຽນຈາກທຸລະກິດ-ໂຄງການທີ່ສຸມໃສ່ຜະລິດທອງກ້າວ ສູ່ທຸລະກິດ-ໂຄງການທີ່ສຸມໃສ່ຜະລິດຄຳ. ຜົນສຳເລັດໃນການຫຼອມຄຳແທ່ງທຳອິດຂອງພວກເຮົາເປັນສັນຍາລັກຂອງອະນາຄົດການຜະລິດຄຳທີ່ຮຸ່ງເຮືອງຍາວໄກ ສຳລັບໂຄງການຄຳ-ທອງເຊໂປນຂອງ LXML ກໍຄືພະນັກງານ, ຊຸມຊົນເຈົ້າພາບ ແລະຜູ້ມີສ່ວນຮ່ວມທີ່ກ່ຽວຂ້ອງທັງໝົດຂອງບໍລິສັດ.”


 ທ່ານ ພໍ ແຮຣິສ ກ່າວຕື່ມອືກວ່າ: “ເຖິງແມ່ນວ່າພວກເຮົາໄດ້ພົບພໍ້ຄວາມທ້າທາຍຫຼາຍປະການກໍຕາມລວມທັງການແຜ່ລະບາດຂອງພະຍາດ COVID-19 ໃນ ສປປ ລາວ, ບໍລິສັດພວກເຮົາກໍຍັງສາມາດເລີ່ມຜະລິດຄຳໄວກວ່າແຜນເວລາທີ່ວາງໄວ້ທັງນີ້ທັງນັ້ນກໍຕ້ອງຂອບໃຈພະນັກງານຂອງພວກເຮົາທີ່ຕັ້ງໜ້າເອົາໃຈໃສ່ເຮັດວຽກ ແລະການສະໜັບສະໜູນຂອງລັດຖະບານລາວສະເໝີມາ.”
  ຕັ້ງແຕ່ເລີ່ມດຳເນີນການຂຸດຄົ້ນ-ຜະລິດຄຳ-ທອງໃນປີ 2002, ໂຄງການຄຳ-ທອງເຊໂປນ ໄດ້ຜະລິດແທ່ງຄຳຫຼາຍກວ່າ 1,2 ລ້ານ ອອນສ໌ ແລະຜະລິດແຜ່ນທອງຫຼາຍກວ່າ 1 ລ້ານໂຕນ; ໄດ້ສ້າງຜົນປະໂຫຍດໂດຍກົງຫຼາຍກວ່າ 1,5 ຕື້ໂດລາ ໃຫ້ແກ່ ສປປ ລາວ ໂດຍຜ່ານການຈ່າຍພາສີ-ອາກອນ, ພາສີຊັບ ພະຍາກອນແຮ່ທາດ ແລະເງິນປັນຜົນ. ນອກຈາກນັ້ນໂຄງການຄຳ-ທອງເຊໂປນຍັງໄດ້ສ້າງຜົນປະໂຫຍດທາງອ້ອມດ້ວຍການສ້າງວຽກເຮັດງານທຳ, ການພັດທະນາ ຊັບພະຍາກອນມະນຸດຜ່ານການ ຝຶກອົບຮົມຕ່າງໆ, ການພັດທະນາຊຸມຊົນ ແລະລາຍໄດ້ໃຫ້ແກ່ຜູ້ຮັບເໝົາທ້ອງຖິ່ນອັນໄດ້ສ້າງຜົນປະໂຫຍດທາງບວກຢ່າງມະຫາສານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. ໃນປີ2003 ກໍຄືໄລຍະທີ່ໄດ້ມີການນຳໃຊ້ກຳລັງແຮງງານສູງສຸດ, ໂຄງການຄຳ-ທອງເຊໂປນໄດ້ສ້າງວຽກເຮັດງານທຳໄດ້ຫຼາຍກວ່າ 5.000 ຄົນ ແລະໄດ້ລົງທຶນຫຼາຍຮ້ອຍລ້ານໂດລາສະຫະລັດເຂົ້າໃສ່ການພັດທະນາ ແລະການຝຶກອົບຮົມພະນັກງານ. ໃນຊຸມຊົນເມືອງວິລະບູລີໄດ້ມີປະຊາຊົນກວ່າ 14.000 ຄົນ ໄດ້ຮັບຜົນປະໂຫຍດຈາກໂຄງການພັດທະນາຊຸມຊົນຂອງໂຄງການຄຳ-ທອງເຊໂປນ ລວມມູນຄ່າ 13 ລ້ານໂດລາ ແລະ ລາຍໄດ້ຂອງກຸ່ມທຸລະກິດທ້ອງຖິ່ນກໍໄດ້ທະວີຄູນຂຶ້ນເປັນ 32 ລ້ານໂດລາ.


  ການກັບຄືນມາຜະລິດຄຳຈະຮັບປະກັນໃຫ້ຜົນປະໂຫຍດເຫຼົ່ານີ້ສືບຕໍ່ເສີມຂະຫຍາຍຂຶ້ນໄປ ແລະທັງຈະວາງພື້ນຖານດ້ານເສດຖະກິດ-ສັງຄົມທີ່ເຂັ້ມແຂງໃນໄລຍະ ໂຄງ ການ ແລະພາຍຫຼັງສິ້ນສຸດອາຍຸການບໍ່ແຮ່.