ການລົງທຶນພະລັງງານສະອາດຢູ່ອາຊຽນ 5 ຕື້ໂດລາ

 ການລົງ​ທຶນເຂົ້າ​ພະ​ລັງ​ງານ​ສະ​ອ​າດ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໄລ​ຍະຫຼັງໂຄວິດ–19 ຢູ່​ອາ​ຊີ​ຕາ​ເວັນ​ອອກສ່ຽງ​ໃຕ້(ອາຊຽນ) ຫຼາຍ​ກ່​ວາ 5 ຕື້ໂດລາສະຫະລັດ.

  ຕາມຂ່າວຕ່າງປະເທດລາຍງານວ່າ ວັນທີ 30 ມິຖຸນາ, ບັນດາອົງການຈັດຕັ້ງແຖວໜ້າໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດສາກົນ ໄດ້ປະກາດສ້າງກອງທຶນພະລັງງານສະອາດອາຊີຕາເວັນອອກສ່ຽງໃຕ້ (SEACEF) ໂດຍແມ່ນຂໍ້ລິເລີ່ມອຸປະຖຳການກຸສົນທີ່ມີຄວາມສ່ຽງສູງ ດ້ວຍມູນຄ່າຫຼາຍກ່ວາ 2,5 ຕື້ໂດລາ ເພື່ອແນໃສ່ລົງທຶນພາກເອກະຊົນໃຫ້ແກ່ບັນດາໂຄງການພະລັງງານສະອາດຢູ່ອາຊີຕາເວັນອອກ ແລະລົງ​ທຶນເຂົ້າ​ພະ​ລັງ​ງານ​ສະ​ອ​າດ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໄລ​ຍະຫຼັງໂຄວິດ – 19 ຢູ່​ອາ​ຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ຫຼາຍ​ກ່​ວາ 5 ຕື້ໂດລາ.

  SEACEF ສະໜອງການໜູນຊ່ວຍທີ່ມີລັກສະນະກະຕຸ້ນໃນໄລຍະເບື້ອງຕົ້ນເພື່ອແກ້ໄຂບັນດາປ່ຽນແປງຂອງດິນຟ້າອາກາດ ດ້ວຍວິທີການຫຼຸດຜ່ອນ ຫຼືລົບລ້າງບັນດາຮົ້ວກີດຂວາງສຳຄັນໃນໄລຍະເບື້ອງຕົ້ນ, ບັນດາປັດໄຈສະກັດກັ້ນ ຫຼື ເຮັດໃຫ້ຢຸດສະງັກການຜັນຂະຫຍາຍບັນດາໂຄງການພະລັງງານສະອາດໃຫ້ສຳເລັດຜົນ.

-------

ໜັງສືພິມເສດຖະກິດ-ສັງຄົມ