ໜ່ວຍຊາວໜຸ່ມໂຮງຮຽນ ມຕ ດອນໃຜ່ ສຳເລັດກອງປະຊຸມໃຫ່ຍ

    ໜ່ວຍຊາວໜຸ່ມໂຮງຮຽນ ມຕ ດອນໃຜ່ ເມືອງສະໜາມໄຊ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນຂຶ້ນຢ່າງເປັນທາງການ ແລະໄດ້ອັດລົງດ້ວຍຜົນສຳເລັດ ຢ່າງຈົບງາມໃນລະຫວ່າງວັນທີ 23 ມິຖຸນາ 2020 ທີ່ສະໂມສອນໂຮງຮຽນ ມຕ ດັ່ງກ່າວ, ພາຍໃຕ້ ການເປັນປະທານຂອງສະຫາຍ ຂັນທະວົງ ອິນທິວົງ ເລຂາໜ່ວຍ ຊາວໜຸ່ມໂຮງຮຽນ ມຕ ດອນໃຜ່, ເຂົ້າຮ່ວມເປັນປະທານຂອງສະຫາຍ ນາງ ອິນປັນ ດວງພະບາງ ຮອງເລຂາຄະນະບໍລິຫານງານ ຊາວໜຸ່ມເມືອງສະໜາມໄຊ, ມີສະຫາຍ ທອງສະຫວັດ ວົງວິຫານ ເລຂາໜ່ວຍພັກອຳນວຍການໂຮງຮຽນ ມຕ ດອນໃຜ່, ພ້ອມດ້ວຍ ສະມາຊິກຊາວໜຸ່ມພາຍໃນໜ່ວຍ ເຂົ້າຮ່ວມ 109 ສະຫາຍ; ຍິງ 60 ສະຫາຍ.

 ກອງປະຊຸມສະຫາຍ ຂັນທະວົງ ອິນທິວົງ ເລຂາໜ່ວຍຊາວໜຸ່ມໂຮງຮຽນ ມຕ ດອນໃຜ່ໄດ້ຂຶ້ນ ຜ່ານບົດສະຫຼຸບເພຶ່ອສັງເກດຕີລາ ຄາຄືນຕໍ່ຜົນງານການຈັດຕັ້ງປະຕິບັດ ແລະຜົນສຳເລັດໃນຫຼາຍໆດ້ານ ທີ່ຄະນະໜ່ວຍພ້ອມດ້ວຍສະມາຊິກຍາດມາໄດ້ໃນ 1 ສະໄໝຜ່ານມາ ຊຶ່ງສະແດງອອກຕະຫຼອດໄລຍະ 5 ປີໄດ້ເອົາໃຈໃສ່ກໍ່ສ້າງສຶກສາອົບຮົມນຳພາການເມືອງ-ແນວຄິດດ້ວຍການເຜີຍແຜ່ມະຕິຄຳສັ່ງ ແລະ ລະບຽບກົດໝາຍຂອງພັກ-ລັດທີ່ໄດ້ກຳນົດອອກຢ່າງເປັນປົກກະຕິເຮັດໃຫ້ສະມາຊິກຊາວໜຸ່ມກຳໄດ້ຕໍ່ແນວທາງການນຳພາຂອງພັກ ແລະປະຕິບັດຖືກຕ້ອງຕາມກົດລະບຽບຂອງໂຮງຮຽນ,ຂອງບ້ານ ເມືອງໄດ້ເປັນຢ່າງດີນອກນັ້ນສະມາຊິກຊາວໜຸ່ມຍັງໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການສ້າງຂະບວນການເຊັ່ນ:ຂະບວນການຮັກສາອານະໄມສາມສະອາດ,ຂະບວນການ ປົກປັກຮັກສາ ແລະເສີມຂະຫຍາຍ ມູນເຊື້ອວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ-ຂອງ ເຜົ່າ ແລະຂະບວນການອື່ນໆ ຢ່າງເປັນຂະບວນການຟົດຟື້ນ, ຈາກນັ້ນໄດ້ຜ່ານທິດທາງແຜນການ 5 ປີຕໍ່ໜ້າ ຊຶ່ງໄດ້ເລັ່ງໃສ່ໃນການນຳ ພາການເມືອງ-ແນວຄິດ ແລະແຜນການສ້າງໜ່ວຍຊາວໜຸ່ມ 4 ບຸກ ໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້.

  ກອງປະຊຸມຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວ ໜຸ່ມຊຸດໃໝ່, ຊຶ່ງມີຜູ້ອອກຮັບສະໝັກ 5 ສະຫາຍ, ຍິງ 2 ສະຫາຍ,ໃນນັ້ນເລືອກເອົາ 3 ສະຫາຍ, ຜ່ານ ການປ່ອນບັດເລືອກຕັ້ງ ແລະກອງປະຊຸມຄັ້ງປະຖົມມະລຶກສາມາດ ເລືອກໄດ້ສະຫາຍ ຂັນທະວົງ ອິນ ທິວົງ ໄດ້ຮັບເລືອກຕັ້ງເປັນເລຂາ ໜ່ວຍຊາວໜຸ່ມຕໍ່ອີກໜຶ່ງສະໄໝ ແລະອີກສອງສະຫາຍເປັນຄະນະ.

 ສະຫາຍ ນາງ ອິນປັນ ດວງພະບາງ ຮອງເລຂາຄະນະບໍລິຫານ ງານຊາວໜຸ່ມເມືອງສະໜາມໄຊ ຍັງໄດ້ຂື້ນຜ່ານກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ມະຫາຊົນກ້າວໜ້າຈຳນວນ 76 ສະຫາຍ, ຍິງ 44 ສະຫາຍ.

--------

ໜັງສືພິມເສດຖະກິດ-ສັງຄົມ