ຮູບເງົາເລື່ອງໃໝ່ Alive ມາແຮງຍອດຜູ້ຊົມ 1 ລ້ານຄົນ

 ຮູບເງົາຊອມບີ້ ສ.ເກົາຫຼີ ເລື່ອງໃໝ່ Alive ກໍາລັງມາແຮງ ຊະນິດໄວຣັດໂຄໂຣນາຍັງເຮັດຫຍັງ ບໍ່ໄດ້ເພາະຫຼັງຈາກລົງສາຍໃນ ສ.ເກົາຫຼີພຽງ 5 ວັນກໍມີຈຳນວນຜູ້ເຂົ້າຊົມເຖິງ1 ລ້ານຄົນໄປແລ້ວ ກາຍເປັນຮູບເງົາທີ່ມາແຮງທີ່ສຸດ ນັບຕັ້ງແຕ ່ສ.ເກົາຫຼີພົບກັບໂຄວິດ-19.

  ຈາກຂໍ້ມູນຂອງສະມາຄົມຮູບເງົາ ສ.ເກົາຫຼີເປີດເຜີຍວ່າຮູບເງົາເລື່ອງ Alive ມີຍອດຜູ້ຊົມເຖິງ 2 ແສນຄົນພາຍໃນວັນທຳອິດທີ່ເຂົ້າສາຍໃນວັນທີ 24 ມິຖຸນາທີ່ຜ່ານ ມາຂຶ້ນແທ່ນຮູບເງົາທີ່ມີຍອດຜູ້ເຂົ້າຊົມໃນ ສ.ເກົາຫຼີໃນວັນເປີດຕົວສູງ ທີ່ສຸດຂອງປີນີ້ຮອງຈາກ The Man Standing Next ທີ່ເຂົ້າສາຍໃນທ້າຍເດືອນມັງກອນເທົ່ານັ້ນ, ໂດຍລະຫວ່າງວັນທີ 26-28 ມິຖຸນາທີ່ຜ່ານມາ ຮູບເງົາເລື່ອງ Alive ສາມາດດຶງດູດຜູ້ຊົມໃນ ສ.ເກົາຫຼີໄດ້ເຖິງ 702.968 ຄົນກ່ອນທີ່ຍອດສັ່ງຈອງປີ້ຈະເລີ່ມຫຼຸດລົງໃນອາທິດທີ່ 2 ຂອງການເຂົ້າສາຍ, ຄາດວ່າສ່ວນໜຶ່ງໃນຄວາມສຳເລັດຂອງຮູບເງົາດັ່ງກ່າວມາຈາກການທີ່ສະມາຄົມຮູບເງົາ ສ.ເກົາຫຼີ ແຈກສ່ວນຫຼຸດຄ່າປີ້ຮູບເງົາໃຫ້ໃນເດືອນມິຖຸນາ ເພື່ອກະຕຸ້ນອຸດສາຫະກຳຮູບເງົາ ສ.ເກົາຫຼີ ໃຫ້ກັບມາຟື້ນຕົວອີກຄັ້ງຂະນະທີ່ນັກສະແດງນໍາກໍຕ້ອງເດີນໜ້າໂຄສະນາຮູບເງົາຕາມລາຍການໂທ ລະພາບຕ່າງໆ.

-------

ຮຽບຮຽງໂດຍ: ແກ້ວ