ຂັ້ນຕອນການລ້ຽງປາຄໍ່

  ປາຄໍ່ເປັນປານໍ້າຈືດມັກອາໄສຢູ່ຕາມຫ້ວຍຮ່ອງຄອງບຶງ, ແມ່ນໍ້າລຳເຊຕ່າງໆ, ປາຊະນິດນີ້ຜູ້ຄົນນິຍົມເອົາມາປຸງແຕ່ງເປັນອາຫານປະເພດປີ້ງ, ແກງ, ອ່ອມ...ປະຈຸບັນປາຄໍ່ຢູ່ຕາມແມ່ນໍ້າລຳເຊກໍ່ເລີ່ມມີໜ້ອຍລົງ ແລະບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກໄດ້ພຽງພໍ, ດັ່ງນັ້ນປະຊາຊົນຈຶ່ງນຳເອົາປາດັ່ງກວ່າມາເພາະພັນເພື່ອລ້ຽງ ແລະສະໜອງຕາມທ້ອງຕະຫຼາດເພື່ອຕອບສະໜອງໃຫ້ຜູ້ບໍລິໂພກ.

  ການລ້ຽງປາຄໍ່ໃຫ້ໄດ້ຜົນຜະລິດສູງຕາມຂັ້ນຕອນທີ່ຈະນໍາສະເໜີ ແມ່ນເປັນການລ້ຽງໃນໜອງສະທີ່ເປັນດິນເພາະຈະເຮັດໃຫ້ປາຄໍ່ມີການເຕີບໃຫຍ່ໄວກວ່າລ້ຽງໃນອ່າງຊີເມັນ, ຊຶ່ງກ່ອນຈະນຳປາມາປ່ອຍໃນໜອງຕ້ອງຂຸດໜອງແລ້ວຕາກດິນປະມານ3-4 ມື້ ຈົນກວ່າດິນຈະແຫ້ງ, ຫຼັງຈາກນັ້ນຫວ່ານປູນຂາວລົງໄປໃນພື້ນໜອງເພື່ອ ປັບສະພາບດິນໃນອັດຕາ 60-100 ກິໂລກຣາມ ຕໍ່ໄລ່ປະໄວ້ປະມານ 7 ມື້ ແລ້ວໃສ່ຝຸ່ນຄອກລົງໄປເພື່ອໃຫ້ເກີດອາຫານທຳມະຊາດ. ສຳລັບລູກປາໃນອັດຕາ 40-80 ກິ ໂລກຣາມຕໍ່ໄລ,ກ່ອນດູດນໍ້າເຂົ້າໜອງຕ້ອງກຽມແນວຕອງໄວ້ເພື່ອປ້ອງກັນບໍ່ໃຫ້ສັດຕູຂອງລູກປາເຂົ້າມາກັບນໍ້າ,ປ່ອຍນໍ້າເຂົ້າໜອງໃຫ້ໄດ້ລະດັບນໍ້າ 40 ຊັງຕີແມັດ ພາຍ ຫຼັງ,ດູດນໍ້າເຂົ້າໃສ່ແລ້ວໃຫ້ປະໄວ້ 2 ມື້ ກ່ອນຈຶ່ງປ່ອຍລູກປາຄໍ່ລົງ,ພາຍຫຼັງປ່ອຍລູກປາລົງເຫັນວ່າກໍ່ຈະມີອາຫານກິນໂລດຍ້ອນເຮົາກຽມອາຫານທຳມະຊາດໄວ້ກ່ອນໜ້າແລ້ວນັ້ນກໍ່ຄືຝຸ່ນຄອກໄວ້ໃນໜອງສະແລ້ວການປ່ອຍລູກປາລົງລ້ຽງແມ່ນໃຫ້ປ່ອຍໃນຊ່ວງເວລາທີ່ເໝາະສົມຕອນແລງ ແລະເຊົ້າ,ສໍາລັບອັດຕາການປ່ອຍລູກປາມີຂະໜາດ 10 ຊັງຕີແມັດ, ນໍ້າໜັກປະມານ 35 ໂຕຕໍ່ກິໂລກຣາມ ຄວນປ່ອຍໃນອັດຕາ 50 ໂຕຕໍ່ຕາຕະລາງແມັດ ເພື່ອປ້ອງກັນໂລກທີ່ອາດນຳມາກັບລູກປາ.

 ການໃຫ້ອາຫານປາໃນໄລຍະປ່ອຍທຳອິດຄວນໃຫ້ອາຫານຂະໜາດນ້ອຍຄືຫົວອາຫານປະສົມຮຳ, ຫຼັງຈາກນັ້ນສັງເກດເບິ່ງການຈະເລີນເຕີບໃຫຍ່ຂອງປາໃນໄລຍະເວລາ 2 ເດືອນ, ປາຈະມີໂຕນ້ອຍໂຕໃຫຍ່ແຕກຕ່າງກັນໄປ, ຈາກນັ້ນໃຫ້ໃຊ້ດາງກວດເອົາປາມາຄັດເພື່ອແຍກເອົາໂຕນ້ອຍອອກໃສ່ໜອງໃໝ່ ຫຼື ຂັ້ນໄວ້ຖ້າບໍ່ດັ່ງນັ້ນປາໃຫຍ່ກໍ່ຈະກິນປານ້ອຍໝົດ, ພາຍຫຼັງແຍກປາອອກແລ້ວສືບຕໍ່ໃຫ້ອາຫານໄປອີກ 45-55 ມື້ ກໍ່ສາມາດນຳອອກມາກິນໄດ້ແລ້ວ.