ຍອດຂາຍລົດໂຕໂຢຕ້າຢູ່ທີ່ 8 ລ້ານຄັນ

   ບໍລິສັດໂຕໂຢຕ້າ ມໍເຕີ ລາຍງານຍອດຂາຍເພີ່ມຂຶ້ນເປັນປະຫວັດສາດໃນປີ 2018 ທີ່ຜ່ານມາ ແຕ່ຫຼຸດກຳໄລຂອງຜົນປະກອບການທັງປີລົງເພາະຂາດທຶນຈາກການລົງທຶນໃນຕະຫຼາດຫຼັກຊັບ.

ຕາມຂ່າວຕ່າງປະເທດລາຍງານໃນວັນທີ 11 ກຸມພາຜ່ານມາວ່າ ບໍລິສັດໂຕໂຢຕ້າ ມໍເຕີ ລາຍງານຍອດຂາຍລົດທີ່ສູງຂຶ້ນສາມາດຄອງແຊ໋ມຂາຍລົດອັນດັບ 1 ຂອງຍີ່ປຸ່ນ ໂດຍໃນຮອບ 9 ເດືອນທີ່ຜ່ານມາ ຂາຍລົດໄດ້ຫຼາຍກວ່າ 8 ລ້ານຄັນທົ່ວໂລກ, ເພີ່ມຂຶ້ນ 153.000 ຄັນ ເປັນມູນຄ່າ 205 ຕື້ໂດລາສະຫະລັດ, ເພີ່ມຂື້ນ 3,1% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ, ເຖິງແມ່ນວ່າຍອດຂາຍໃນຍີ່ປຸ່ນ ແລະອາເມລິກາຫຼຸດລົງ ແຕ່ຫຼາຍປະເທດອາຊີ ລວມທັງ ສປ ຈີນ ພັດມີຍອດຂາຍເພີ່ມຂຶ້ນ.

   ຢ່າງໃດກໍຕາມ ຜູ້ບໍລິຫານຂອງໂຕໂຢຕ້າໄດ້ປັບຫຼຸດປະມານການກຳໄລສຳລັບປີງົບປະມານນີ້ລົງ 25% ຈາກປີກ່ອນ, ໂດຍປັບຫຼຸດຈາກ 21 ຕື້ໂດລາສະຫະລັດເຫຼືອ 17 ຕື້ໂດລາສະຫະລັດ ເນື່ອງຈາກວ່າ ມີຜົນຂາດທຶນ ບາງສ່ວນຈາກການລົງທຶນໃນຮຸ້ນຂອງທາງບໍລິສັດ.