6 ເດືອນ ແຂວງໄຊຍະບູລີ ເກັບລາຍຮັບໄດ້ 506,31 ຕື້ກີບ

 ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ ຜູ້ຊີ້ນໍາວຽກງານເສດຖະກິດໄດ້ລາຍງານສະພາບການເກັບລາຍຮັບເຂົ້າງົບປະມານຕໍ່ກອງປະຊຸມອົງການປົກຄອງແຂວງໄຊຍະບູລີປະຈໍາ 6 ເດືອນຕົ້ນປີ 2020 ທີ່ໄດ້ຈັດຂຶ້ນໃນວັນທີ 26 ມິຖຸນານີ້ວ່າ: ໃນ 6 ເດືອນຕົ້ນປີ 2020 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 506,31 ຕື້ກີບ ເທົ່າກັບ 97,52% ຂອງແຜນການ 6 ເດືອນຕົ້ນປີ, ເທົ່າກັບ 48,30% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 111,63% ໃນນັ້ນລາຍຮັບພາຍໃນປະຕິບັດໄດ້ 95,49 ຕື້ກີບ, ເທົ່າກັບ 77,80% ຂອງແຜນການ 6 ເດືອນຕົ້ນປີເທົ່າກັບ 37,38% ຂອງແຜນການປີ; ລາຍຮັບພູດສູນກາງປະ ຕິບັດໄດ້ 410,81 ຕື້ ເທົ່າກັບ 103,63% ຂອງແຜນການ 6 ເດືອນຕົ້ນປີ ເທົ່າກັບ 51,81% ຂອງແຜນການ ປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 118,70%; ດ້ານລາຍຈ່າຍປະຕິບັດໄດ້ 220,29 ຕື້ກີບ ເທົ່າກັບ 70,71% ຂອງແຜນການ 6 ເດືອນຕົ້ນປີເທົ່າກັບ 40,90% ຂອງແຜນການປີ.
 ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດໃນປີ 2020 ແຂວງໄຊຍະບູລີແມ່ນໄດ້ຮັບອະນຸມັດໂຄງການລົງທຶນຂອງລັດທັງໝົດ 362 ໂຄງການເປັນທຶນ 34,16 ຕື້ກີບ, 6 ເດືອນຕົ້ນປີສາມາດປະຕິບັດໄດ້ 215 ໂຄງການມູນຄ່າ 25,18 ຕື້ກີບ ເທົ່າກັບ 73,7% ຂອງທຶນອະນຸມັດໃນນັ້ນທຶນປົກກະຕິມີ 284 ໂຄງການເປັນທຶນ 24,30 ຕື້ກີບ, ປະຕິບັດໄດ້ 172 ໂຄງການ, ມູນຄ່າ 19,02 ຕື້ກີບ; ທຶນພັດທະນາເມືອງໄຊສະຖານມີ 28 ໂຄງການມູນຄ່າ 4,66 ຕື້ກີບ ປະຕິບັດໄດ້ 21 ໂຄງ ການມູນຄ່າ 3,81 ຕື້ກີບ; ທຶນຈັດສັນພູມລຳເນົາ ແລະບ່ອນທຳມາຫາກິນຖາວອນ 18 ໂຄງການມູນຄ່າ 2,26 ຕື້ກີບ ປະຕິບັດໄດ້ 7 ໂຄງການມູນຄ່າ 1,06 ຕື້ກີບ; ທຶນພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກມີ 32 ໂຄງການ ມູນຄ່າ 2,93 ຕື້ກີບ ປະຕິບັດໄດ້ 15 ໂຄງການ ມູນຄ່າ 1,28 ຕື້ກີບ.
  ວຽກງານຂົງເຂດກະສິກຳແຜນການຜະລິດວາງໄວ້ 16.891 ເຮັກຕາ, ຜ່ານການຈັດຕັ້ງປະຕິບັດໄລຍະ 6 ເດືອນຜ່ານມາສາມາດບັນລຸໄດ້ 25.925 ເຮັກຕາ ເທົ່າ ກັບ 153,48% ຂອງແຜນການປີຊຶ່ງໃນນັ້ນການປູກເຂົ້ານາແຊງທັງໝົດ 2.300 ເຮັກຕາ, ສາມາດປະຕິບັດໄດ້ 2.308,14 ເຮັກຕາ, ເທົ່າກັບ 100,35%; ຜົນຜະລິດລວມ 9.542 ໂຕນ, ການກະກຽມປູກພືດລະດູຝົນມາຮອດປະຈຸບັນສາມາດກຽມດິນ, ຕົກກ້າ ແລະ ປັກດຳໄດ້ 5.471 ເຮັກຕາ, ເທົ່າກັບ 15,96% ຂອງແຜນການ, ສາມາສົ່ງອອກສິນຄ້າໄດ້ທັງໝົດ 24,22 ລ້ານໂດລາ, ທຽບໃສ່ແຜນການປີປະຕິບັດໄດ້ 56,63%; ມູນຄ່າການນຳເຂົ້າປະຕິບັດໄດ້ 7,93 ລ້ານໂດ ລາ, ທຽບໃສ່ແຜນການປີປະຕິບັດໄດ້ 32,75%.
 ທ່ານ ເພັງນິລັນ ຄໍາພັນເພັງ ຍັງໃຫ້ຮູ້ຕື່ມອີກວ່າ: ເພື່ອບັນລຸຄາດໝາຍແຜນການ 6 ເດືອນທ້າຍ ປີ 2020 ນີ້ອົງການປົກຄອງແຂວງຈະໄດ້ສຸມໃສ່ບາງວຽກງານຕົ້ນຕໍ ເຊັ່ນ: ຈະສືບຕໍ່ຮັບປະກັນໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ,ສັງຄົມມີຄວາມສະຫງົບ,ເປັນລະບຽບຮຽບຮ້ອຍໂດຍພື້ນຖານເອົາໃຈໃສ່ສະກັດກັ້ນ ແລະ ແກ້ ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ສຸມໃສ່ຊຸກຍູ້ການຜະລິດຕິດພັນກັບການປຸງແຕ່ງ, ເພື່ອສ້າງມູນຄ່າເພີ່ມຂອງຜະລິດຕະພັນ;ຫັນປະຊາຊົນມາປູກພືດຊະນິດອື່ນທົດແທນຜົນກະທົບເປັນຕົ້ນ: ມັນຕົ້ນ, ສາລີ, ຖົ່ວດິນ, ຖົ່ວແດງ, ຖົ່ວເຫືຼອງ, ມັນດ້າງ ແລະອື່ນໆ, ຊຸກຍູ້ການຈັດຕັ້ງໂຄງການລົງທຶນຂອງລັດທີ່ມີການຊັກຊ້າ, ສືບຕໍ່ຂົນຂວາຍຍາດແຍ່ງການລົງທຶນຂອງພາກເອກະຊົນທັງພາຍໃນ ແລະຕ່າງປະເທດ ແລະການລົງທຶນຂອງປະຊາຊົນເຂົ້າໃນການຜະລິດທຸລະກິດໃຫ້ແຂງແຮງ ແລະ ເປັນຮູບປະທໍາຫຼາຍຂື້ນເພື່ອກະຕຸ້ນໃຫ້ເສດຖະກິດເຕີບໂຕຕໍ່ເນື່ອງ, ທັງເປັນການສ້າງລາຍຮັບໃຫ້ແກ່ງົບປະມານຂອງລັດເພີ່ມຂື້ນ.

_______________

ຂຽນໂດຍ: ອຸ່ນເຮືອນ ໂພທິລັກ 

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ