ຊາວໜຸ່ມ ໂຮງຮຽນ ມສ ຈະເລີນສຸກ ຮັບນາມມະຍົດ 4 ບຸກ

  ໃນວັນທີ 25 ມີຖຸນາ 2020 ນີ້, ຄະນະຮາກຖານຊາວ ໜຸ່ມໂຮງຮຽນ ມສ ຈະເລິນສຸກ ເມືອງສາມັກຄີໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢຶນນາມມະຍົດ 4 ບຸກຄັ້ງທີ II ຂອງຕົນຂຶ້ນຢ່າງເປັນທາງການ,ຢູ່ທີ່ສະໂມສອນຂອງໂຮງຮຽນດັ່ງກ່າວພາຍໃຕ້ການເປັນປະທານຂອງສະຫາຍ ບຸນທະນຸດ ສິນທະລີ ເລຂາຄະນະຮາກຖານຊາວໜຸ່ມໂຮງ ຮຽນ ມສ ຈະເລີນສຸກ,ໃຫ້ກຽດເຂົ້າຮ່ວມມີສະຫາຍເສີດສອນພະແກ້ວ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງສາມັກຄີໄຊ, ມີສະຫາຍ ສີແກ້ວ ຈັນທະວົງມະນີ ຮອງເລຂາໜ່ວຍພັກ, ຮອງອຳນວຍການໂຮງຮຽນ ມສ ຈະເລີນສຸກ, ມີແຂກທີ່ຖືກເຊີນ, ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ 168 ສະຫາຍ, ຍິງ 89 ສະຫາຍ.

  ໃນພິທີສະຫາຍບຸນທະນຸດສິນທະລີເລຂາຄະນະຮາກຖານຊາວໜຸ່ມໂຮງຮຽນ ມສ ຈະເລີນສຸກ, ໄດ້ຜ່ານບົດສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ  ປະຈຳປີ 2019 ຊຶ່ງສະຫາຍໄດ້ ຍົກໃຫ້ເຫັນສະພາບລວມຂອງຄະນະຮາກຖານຊາວໜຸ່ມຍາດມາໄດ້, ຊຶ່ງຍາມໃດກໍ່ໄດ້ເອົາໃຈໃສ່ຕໍ່ວຽກ ງານສຶກສາອົບຮົມການເມືອງ-ນຳພາແນວຄິດຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ນອກນັ້ນຄະນະຮາກຖານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມແຕ່ລະສະຫາຍໄດ້ພ້ອມກັນຈັດຕັ້ງປະຕິບັດວຽກງານທີ່ພັກ-ລັດ, ກໍ່ຄືການຈັດຕັ້ງມອບໝາຍໃຫ້ຕາມວຽກງານວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະໄດ້ຮໍ່າຮຽນເອກະສານກົດລະບຽບຂອງຊາວໜຸ່ມປະຊາຊົນປະຕິວັດລາວຢ່າງເຂັ້ມງວດ.

 ຄະນະຮາກຖານຊາວໜຸ່ມໂຮງຮຽນ ມສ ຈະເລີນສຸກ ມີ 16 ຈຸ,ມີສະມາຊິກຊາວໜຸ່ມ-ໄວໜຸ່ມທັງ ໝົດ 274 ສະຫາຍ, ຍິງ 126 ສະຫາຍ, ໄລຍະຜ່ານມາຄະນະຮາກຖານຊາວໜຸ່ມໄດ້ມີຄວາມເອົາໃຈ ໃສ່ຕໍ່ຂະບວນການຕ່າງໆຢ່າງຕັ້ງໜ້າປະຈຸບັນຄະນະຮາກຖານຊາວ ໜຸ່ມໄດ້ມີເງິນກອງທຶນ 6,5 ລ້ານກີບ, ຜ່ານການປະເມີນສົມທຽບກັບ ມາດຖານໃນແຕ່ລະດ້ານຕາມເນື້ອ ໃນຂໍ້ແຂ່ງຂັນ 4 ບຸກ ສາມາດປະຕິບັດໄດ້ຄື: ດ້ານແນວຄິດບຸກໄດ້85%, ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນບຸກໄດ້ 90%, ດ້ານການປັບປຸງການຈັດຕັ້ງບຸກໄດ້ 85% ແລະດ້ານວິຊາຊີບສ້າງວຽກເຮັດງານທຳບຸກໄດ້ 65%, ຕໍ່ຜົນການປະເມີນແຕ່ລະດ້ານເຫັນວ່າສາມາດປະຕິບັດໄດ້ລື່ນຄາດ ໝາຍທີ່ແຜນການໄດ້ວາງເອົາໄວ້, ສະຫາຍຍັງໄດ້ຜ່ານທິດທາງແຜນການຕໍ່ໜ້າໃນການຈັດຕັ້ງປະຕິບັດຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃນປີຕໍ່ໜ້າ, ນອກນັ້ນມະຫາຊົນກ້າວໜ້າຈໍານວນ 143 ນ້ອງ, ຍິງ 78 ນ້ອງ, ຍັງໄດ້ຮັບການຮຽນກົດລະບຽບຂອງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຍັງມີສະມາຊິກຊາວໜຸ່ມທີ່ມີອາຍຸພົ້ນກະ ສຽນລາອອກຈາກການເປັນສະມາຊິກຊາວໜຸ່ມຈຳນວນ 2 ສະຫາຍ,ຍິງ 0 ສະຫາຍ ແລະຍັງໄດ້ມີພິທີມອບໃບຢັ້ງຢືນນາມມະຍົດເປັນຄະນະຮາກຖານຊາວໜຸ່ມ 4 ບຸກເປັນຄັ້ງທີ II. ໂດຍໃຫ້ກຽດມອບຈາກສະຫາຍ ເສີດສອນ ພະແກ້ວ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງຢ່າງສົມກຽດ.

_____________

ໜັງສືພິມເສດຸະກິດ-ສັງຄົມ