ໂຮງແຮມ 5 ດາວໃນຫວຽດນາມ ເຄືອບດ້ວຍຄຳ

   ຍິ່ງໃຫຍ່ອະລັງການໂຮງແຮມໂດລເຊ່ ຮ່າໂນ້ຍ ໂກລເດັ້ນ ເລກໂຮເຕັນ ຂອງຮວາບິນ ກຣຸບ ເປັນໂຮງແຮມລະດັບ 5 ດາວຕັ້ງຢູ່ໃຈກາງນະຄອນຫຼວງຮ່າໂນ້ຍຂອງ ສສ ຫວຽດນາມ ຊຶ່ງ ທຸກສິ່ງທຸກຢ່າງພາຍໃນໂຮງແຮມເຄືອບດ້ວຍ ຄຳແທ້ສີເຫຼືອງ ຫວັງດຶງດູດແຂກມາພັກເຊົາ.

 ຕາມຂ່າວຕ່າງປະເທດລາຍງານໃນວັນທີ 5 ກໍລະກົດທີ່ຜ່ານມາວ່າ ໂຮງແຮມລະດັບ 5 ດາວ ແຫ່ງນີ້ ທີ່ຕັ້ງຢູ່ນະຄອນຫຼວງຮ່າໂນ້ຍຊື່ວ່າ ໂດລ ເຊ່ ຮ່າໂນ້ຍ ໂກລເດັ້ນ ເລກ ໂຮເຕັນ ຂອງຮວາບິນ ກຣຸບ ພຽງແຕ່ຕົວອາຄານພາຍນອກກໍສະດຸດຕາ ຜູ້ຄົນທີ່ໄດ້ພົບເຫັນແລ້ວ ເພາະເຄືອບດ້ວຍຄຳແທ້ ແມ່ນແຕ່ກະເບື້ອງມຸງຫຼັງຄາໂຮງແຮມຍັງເຄືອບດ້ວຍຄຳ 24 ກະຣັດ ເມື່ອເຂົ້າໄປພາຍໃນຫ້ອງພັກ ທັງຝາຫ້ອງ, ເຟີນີເຈີ, ຕຽງ, ຕູ້, ຈອກກາເຟ ເຄືອບດ້ວຍຄຳ ຍິ່ງໄປກວ່ານັ້ນ ອ່າງລ້າງໜ້າ, ອ່າງອາບນໍ້າ, ບົວອາບນໍ້າ, ໂຖບິດ, ກ໋ອກນໍ້າ ກໍ ເຄືອບດ້ວຍຄຳ, ທ່ານ ຫງວຽນ ຮູ ເຊືອງ ປະທານ ຮວາບິນກຣຸບກ່າວວ່າຂະນະນີ້ບໍ່ມີໂຮງແຮມ ແຫ່ງໃດໃນໂລກທີ່ເໝືອນກັບໂຮງແຮມຂອງລາວອີກແລ້ວ ໂຮງແຮມຂອງລາວໃຊ້ຄຳນໍ້າໜັກເຖິງ 1 ໂຕນໃນການເຄືອບ ແລະໃຊ້ເວລາໃນການກໍ່ສ້າງພຽງ 18 ເດືອນ ຊຶ່ງທ່ານ ຫງວຽນ ຮູເຊືອງ ເປັນອະດີດທະຫານຜ່ານເສິກສົງຄາມຫວຽດນາມ ຕໍ່ມາໄດ້ຫາລ້ຽງຊີບດ້ວຍການເປັນຄົນຂັບລົດສາມລໍ້ ແລະກາຍມາເປັນມະຫາເສດຖີຈາກ ການເຮັດທຸລະກິດສ້າງ ແລະອະສັງຫາລິມະຊັບ.

 ໂຮງແຮມແຫ່ງນີ້ມີຂະໜາດ 342 ຫ້ອງ ໂດຍມີລາຄາເຂົ້າພັກຄືນລະ 250 ໂດລາສະຫະລັດ ຂະນະນີ້ຫວຽດນາມສາມາດຄວບຄຸມເຊື້ອ ໂຄວິດ-19ໄດ້ແລ້ວ ໂດຍມີຜູ້ຕິດເຊື້ອສະສົມພຽງ 350 ກວ່າຄົນ ແລະບໍ່ມີຜູ້ເສຍຊີວິດ ຖ້າຫາກບໍ່ ເກີດການລະບາດອີກຄັ້ງໂຮງແຮມເຄືອບຄຳ ແຫ່ງນີ້ ອາດຈະມີແຂກຕ່າງປະເທດເຂົ້າພັກເຕັມ ໄປແລ້ວ.

-------

ໜັງສືພິມເສດຖະກິດ-ສັງຄົມ