ຂໍ້ຕົກລົງການຄ້າອິນໂດເນເຊຍ-ອົດສະຕຣາລີເລີ່ມມີຜົນແລ້ວ

 ຂໍ້ຕົກລົງການຄ້າອິນໂດເນ ເຊຍ ແລະອົດສະຕຣາລີ ທີ່ຈະກຳຈັດອັດຕາພາສີການຄ້າສ່ວນໃຫຍ່ ລະຫວ່າງ 2 ປະເທດ ລວມທັງເປີດກວ້າງການລົງທຶນເລີ່ມມີຜົນບັງຄັບແລ້ວນັບຕັ້ງແຕ່ວັນທີ 5 ກໍລະ ກົດເປັນຕົ້ນໄປ.

 ຕາມຂ່າວຕ່າງປະເທດລາຍ ງານໃນວັນທີ 5 ກໍລະກົດຜ່ານມາ ວ່າ ຂໍ້ຕົກລົງຮຸ້ນສ່ວນເສດຖະກິດ ແບບຄວບຄຸມອິນໂດເນເຊຍ-ອົດ ສະຕຣາລີ (ໄອເອ-ເຊປາ) ທີ່ລົງ ນາມຮ່ວມກັນໃນປີທີ່ຜ່ານມາ ແລະ ລັດຖະສະພາອິນໂດເນເຊຍໃຫ້ສັດຕະຍາບັນໃນເດືອນກຸມພາປີນີ້ ມີ ເປົ້າໝາຍເພື່ອສົ່ງເສີມການຄ້າທະວີພາຄີທີ່ມີມູນຄ່າ 7,8 ຕື້ໂດລາສະຫະລັດ, ທ່ານ ອາກຸດ ຊູປາມານໂຕ ລັດຖະມົນຕີກະຊວງການຄ້າອິນ ໂດເນເຊຍກ່າວວ່າ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຮັດໃຫ້ເສດຖະກິດລໍຕົວໃນເກືອບ ທຸກປະເທດທົ່ວໂລກ ໄອເອ-ເຊປາ ສາມາດໃຊ້ເພື່ອຮັກສາການຄ້ ຂອງອິນໂດເນເຊຍ ແລະປັບສັກກະຍະພາບໃນການແຂ່ງຂັນ, ໃນ ລະຫວ່າງພິທີລົງນາມໃນປີທີ່ຜ່ານ ມາ ທັງ 2 ປະເທດກ່າວວ່າ ໄອເອ-ເຊປາ ຈະກຳຈັດອັດຕາພາສີທັງໝົດຂອງອົດສະຕຣາລີ ສຳລັບສິນຄ້າ ນໍາເຂົ້າຈາກອິນໂດເນເຊຍ ຂະນະທີ່ອັດຕາພາສີ 94% ຂອງອິນໂດ ເນເຊຍຈະຄ່ອຍໆຍົກເລີກເປັນຂັ້ນ ຕອນ.

 ອົດສະຕຣາລີມີເປົ້າໝາຍສົ່ງ ເສີມການສົ່ງອອກ ລວມເຖິງເຂົ້າ ສາລີ, ແຮ່ເຫຼັກ ແລະຜະລິດຕະພັນນົມ ສ່ວນອິນໂດເນເຊຍຄາດຫ່ວງຈະເພີ່ມການສົ່ງອອກແຜ່ນແພ, ເຄື່ອງນຸ່ງຫົ່ມ ແລະອິເລັກໂຕນິກ ຂໍ້ຕົກລົງຈະເປີດກວ້າງສຳລັບການ ລົງທຶນລວມເຖິງການເປີດມະຫາວິທະຍາໄລອົດສະຕຣາລີໃນອິນ ໂດເນເຊຍ.

 -----------

ໜັງສືພິມເສດຖະກິດ-ສັງຄົມ