ຟ້າຜ່າໃນອິນເດຍເສຍຊີວິດເກືອບ 150 ຄົນ

 ໃນໄລຍະ 10 ວັນທີ່ຜ່ານມາເກີດເຫດຟ້າຜ່າຂ້າຊີວິດຄົນອິນ ເດຍແລ້ວ 147 ຄົນ ໃນລັດພິຫານທາງພາກເໜືອຂະນະທີ່ສຳນັກງານອຸຕຸນິຍົມປະກາດໃຫ້ລະວັງຟ້າຜ່າອີກຄັ້ງໃນໄລຍະ 2 ວັນຕໍ່ໜ້າ.

   ຕາມຂ່າວຕ່າງປະເທດລາຍງານໃນວັນທີ 5 ກໍລະກົດທີ່ຜ່ານມາວ່າທ່ານ ລັກສະມີຊວາໄຣ ລັດຖະມົນຕີກະຊວງບໍລິຫານຈັດການໄພພິບັດລັດພິຫານກ່າວວ່ານັບຕັ້ງແຕ່ທ້າຍເດືອນມີນາເປັນຕົ້ນມາມີຜູ້ຖືກຟ້າຜ່າເສຍຊີວິດໃນເຂດພິຫານແລ້ວ 215 ຄົນ, ຊຶ່ງຜູ້ທີ່ເສຍຊີວິດສ່ວນໃຫຍ່ເປັນຊາວກະສິກອນ, ກຳມະກອນ ແລະ ຄົນລ້ຽງງົວຊຶ່ງເຮັດວຽກກາງແຈ້ງຂະນະທີ່ເກີດພາຍຸຝົນຟ້າຮ້ອງຜູ້ຊ່ຽວຊານດ້ານສະພາບອາກາດ ແລະນັກວິທະຍາສາດກ່າວວ່າອຸນຫະພູມສູງຂຶ້ນຈາກການປ່ຽນແປງຂອງສະພາບພູມມີອາກາດໂລກຄືສາເຫດຕົ້ນຕໍທີ່ເຮັດໃຫ້ເກີດຟ້າຜ່າຫຼາຍຄັ້ງ, ທ່ານ ໄຣ ກ່າວວ່າສະເພາະວັນທີ 4 ກໍລະກົດວັນດຽວ ມີປະຊາຊົນຖືກຟ້າຜ່າເສຍຊີວິດ 25 ຄົນໃນລັດພິຫານ, ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດອິນເດຍ (ໄອເອັມດີ) ປະກາດເຕືອນໃຫ້ປະຊາຊົນລັດພິຫານລະວັງຟ້າຜ່າອີກໃນໄລຍະ 48 ຊົ່ວໂມງຕໍ່ໜ້າ.

    ປາກົດການຟ້າຜ່າໃນລະດູຝົນປະຈຳປີລະຫວ່າງເດືອນມິຖຸນາໄປຈົນເຖິງເດືອນກັນຍາຖືເປັນເລື່ອງປົກກະຕິໃນອິນເດຍແຕ່ເຈົ້າໜ້າທີ່ກ່າວວ່າຈຳນວນຜູ້ເສຍຊີວິດຈາກ ຟ້າຜ່າໃນລັດພິຫານໃນປີນີ້ສູງກວ່າຈຳນວນເສຍຊີວິດຕະຫຼອດປິຂອງຫຼາຍປີທີ່ຜ່ານມາເຖິງແມ່ນວ່າລະດູຝົນປີນີ້ຫາກໍເລີ່ມຕົ້ນ.

____________

ໜັງສືພິມເສດເສດຖະກິດ-ສັງຄົມ