ໂຮງຮຽນການເມືອງການປົກຄອງແຂວງຫຼວງນໍ້າທາ ປາຖະກະຖາວັນສ້າງຕັ້ງໂຮງຮຽນຄົບຮອບ 23 ປີ

 ວັນທີ 1 ກໍລະກົດ 2020 ທີ່ໂຮງຮຽນການເມືອງການປົກຄອງແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນສ້າງຕັ້ງໂຮງຮຽນການ ເມືອງ-ການປົກຄອງແຂວງຄົບຮອບ 23 ປີແຕ່ວັນທີ 1 ກໍລະກົດ 1997 ຫາວັນທີ 1 ກໍລະກົດ 2020 ໂດຍການເປັນປະທານ ຂອງທ່ານ ສິງໄຊ ວັນຄຳອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງເຂົ້າຮ່ວມ ໂດຍທ່ານ ຈັນທອງ ແກ້ວປະເສີດ ຫົວໜ້າຄະນະຈັດຕັ້ງແຂວງ, ມີ ແຂກຖືກເຊີນ, ຄູ-ອາຈານຕະຫຼອດຮອດນັກສຶກສາພາຍໃນໂຮງຮຽນເຂົ້າຮ່ວມ.

  ທ່ານ ສິງໄຊ ວັນຄຳ ອຳນວຍການໂຮງຮຽນການເມືອງການປົກຄອງແຂວງໄດ້ໃຫ້ຮູ້ວ່າໂຮງຮຽນ ການເມືອງ-ການປົກຄອງແຂວງ ໄດ້ສ້າງຕັ້ງຂຶ້ນໃນວັນທີ 1 ກໍລະກົດ 1997 ຫາ ວັນທີ 1 ກໍລະກົດ 2020 ຄົບຮອບ 23 ປີ, ຕະຫຼອດໄລຍະຜ່ານມາໂຮງຮຽນ ການເມືອງ-ການປົກຄອງແຂວງ ຫຼວງນໍ້າທາໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບ, ເປັນຕົ້ນກໍ່ແມ່ນ ເອົາໃຈໃສ່ພັດທະນາການຮຽນ-ການສອນໃຫ້ມີຄຸນນະພາບ,ເຮັດໃຫ້ການກໍ່ສ້າງ, ບໍາລຸງຍົກລະດັບ ຄວາມຮູ້, ຄວາມສາມາດທາງດ້ານທິດສະດີການເມືອງ-ການປົກຄອງໃຫ້ແກ່ພະນັກງານ, ສະມາຊິກພັກພາຍໃນແຂວງໃຫ້ມີຄວາມຮັບຮູ້ ແລະເປັນເອກະພາບຕໍ່ແນວທາງການເມືອງຂອງພັກ, ມີຄຸນທາດການເມືອງໜັກແໜ້ນ,ເອົາໃຈໃສ່ພັດທະນາຄູເປັນປັດໄຈສຳຄັນ, ໂດຍເລັ່ງໃສ່ຍົກລະດັບຄວາມຮູ້ ຄວາມສາມາດຂອງພະນັກງານ, ຄູ-ອາຈານໃຫ້ມີຄຸນນະພາບ, ດ້ວຍການເປີດຝຶກອົບຮົມວິທີການສິດສອນແບບໃໝ່ໃຫ້ພະນັກງານຄູ-ອາຈານໜຸ່ມນ້ອຍ, ຄູ-ອາຈານຮັບເຊີນດ້ວຍການນຳໃຊ້ຄູ-ອາຈານຜູ້ມີປະສົບ ການພາຍໃນໂຮງຮຽນເປັນວິທະຍາກອນ.

 ພ້ອມກັນນີ້ຍັງໄດ້ປະສານສົມທົບກັບກົມຈັດຕັ້ງພັກພະນັກງານ ຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດເພື່ອເອົາພະນັກງານຈາກສະຖາບັນມາເປີດຮຽນບຳລຸງວິທີການສິດສອນແບບ ໃຫມ່ໄດ້ 2 ຊຸດ, ມີ 46 ຄົນ ແລະ ສົ່ງພະນັກງານຄູ-ອາຈານໄປຝຶກ ອົບຮົມຄູການ ເມືອງ-ການປົກຄອງ ຢູ່ແຂວງຫຼວງພະບາງ 1 ຊຸດ ມີ 3 ຄົນ ໄປຮຽນໄລຍະສັ້ນ 3 ເດືອນ ຢູ່ສະຖາບັນການເມືອງ-ການປົກຄອງແຫ່ງຊາດໂຮ່ຈີມິນ ສສ ຫວຽດ ຈຳນວນ 10 ຄົນ ຍົກລະດັບທິດສະດີການເມືອງ-ການປົກ ຄອງຢູ່ ພາຍໃນ ແລະຕ່າງປະເທດ 26 ຄົນ, ມາເຖິງປະຈຸບັນໂຮງຮຽນ ການເມືອງ-ການປົກຄອງແຂວງ ໄດ້ເປີດຮຽນທິດສະດີການເມືອງ-ການປົກຄອງລະບົບທິດສະດີການ ເມືອງ-ການປົກຄອງໄລຍະສັ້ນ 10 ວັນໄດ້ສຳເລັດ 2 ຊຸດ, ມີນັກສຶກສາ 123 ຄົນ, ຍິງ 16 ຄົນ, ລະບົບທິດສະດີການເມືອງ-ການປົກ ຄອງໄລຍະສັ້ນ 45 ວັນ ໄດ້ສໍາເລັດ 12 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 638 ຄົນ, ຍິງ 108 ຄົນ ແລະຊຸດທີ 11 - 12 ປະຈຸບັນພວມດໍາເນີນການຮຽນ-ການສອນຊຸດທີ 13 ມີນັກສຶກສາທັງ ໝົດ 54 ຄົນ,ຍິງ 18 ຄົນ, ລະບົບທິດສະດີການເມືອງ-ການປົກຄອງຊັ້ນຕົ້ນໄດ້ສຳເລັດ 3 ຊຸດ ມີນັກສຶກສາຈຳ ນວນ 103 ຄົນ, ຍິງ 28 ຄົນ, ລະບົບທິດສະດີການເມືອງ-ການ ປົກຄອງຊັ້ນກາງພາກປົກກະຕິຈົບໄປແລ້ວ 10 ຊຸດ, ມີຜູ້ເຂົ້າຮຽນ 395 ຄົນ, ຍິງ 120 ຄົນ.

  ສໍາລັບທິດທາງແຜນການຕໍ່ໜ້າແມ່ນຈະໄດ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຄູ-ອາຈານ ແລະນັກສຶກສາໃຫ້ດີເປັນຕົ້ນແມ່ນຈັດຕັ້ງເຊື່ອມຊຶມບັນ ດາມະຕິ, ຄຳສັ່ງຕ່າງໆຂອງພັກ, ຂໍ້ກຳນົດກົດໝາຍຂອງລັດແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກມີຄວາມຮັບຮູ້ເຂົ້າໃຈມີແນວຄິດຫຼັກໝັ້ນການເມືອງດີ, ຈຳແນກ ໄດ້ມິດສັດຕູຢ່າງຈະແຈ້ງ, ສ້າງໃຫ້ໄດ້ແນວຄິດຮັກຊາດຕິດພັນກັບຮັກສາລະບອບປະຊາທິປະໄຕປະຊາຊົນຢ່າງແທ້ຈິງ, ໃນໂອກາດນີ້ກໍ່ໄດ້ມອບໃບຍ້ອງຍໍໃຫ້ແກ່ຄູ-ອາຈານຜູ້ທີ່ມີຜົນງານດີເດັ່ນຕື່ມອີກ.

--------

ໜັງສືພິມເສດຖະກິດ-ສັງຄົມ