ສກຂ ແຂວງໄຊຍະບູລີ ຝຶກອົບຮົມຄູຝຶກນຳໃຊ້ຫຼັກສູດຊັ້ນປະຖົມ

  ພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ ເປີດກອງປະຊຸມຝຶກອົບຮົມຄູຝຶກປະຈຳ ແຂວງກ່ຽວກັບການນຳໃຊ້ຫຼັກສູດຊັ້ນປະຖົມຂັ້ນ ປ2 ສະບັບປັບປຸງໃໝ່ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2020 ທີ່ສະໂມສອນພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມຂອງທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະ ແນກສຶກສາທິການ ແລະກີລາແຂວງໄຊຍະບູລີ, ທ່ານ ເປຕ່າແມັກຄຣິນ ຊຽວຊານຈາກໂຄງການບີຄວາ, ມີຕາງໜ້າຈາກກະຊວງສຶກສາທິການ ແລະກີລາກົມການສຶກສານອກໂຮງຮຽນ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີບັນດາຄູຝຶກຫຼັກແຫຼງ, ຄູຝຶກປະຈຳແຂວງທີ່ມາຈາກ 11 ເມືອງພາຍໃນແຂວງໄຊຍະບູລີເຂົ້າຮ່ວມ.

ໃນພິທີທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ ກ່າວເປີດກອງປະຊຸມຢ່າງເປັນທາງການໄດ້ກ່າວວ່າ: ໂດຍປະຕິບັດຕາມທິດ ທາງແຜນພັດທະນາການສຶກສາ ແລະກີລາ 5 ປີຄັ້ງທີ VIII 2016-2020, ຍຸດທະສາດການສຶກສາ ແລະກີລາຮອດ 2025 ແລະວິໄສທັດຂອງກະຊວງສຶກສາທິ ການ ແລະກີລາຮອດ 2030 ຊຶ່ງວຽກງານການສຶກສາ ແລະ ກີລາແຂວງມີຫຼາຍດ້ານທີ່ບັນລຸແຕ່ມີບາງດ້ານຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາເປັນຕົ້ນອັດຕາເຂົ້າຮຽນສຸດທິຂອງນັກຮຽນ, ອັດຕາປະລະຂອງນັກຮຽນ, ອັດຕາຄ້າງຫ້ອງຊັ້ນປະຖົມ, ມັດທະຍົມຕົ້ນ, ມັດທະຍົມປາຍ, ອັດຕາລອດເຫຼືອໃນຊັ້ນປະຖົມມັດທະຍົມຕົ້ນຍັງມີເປີເຊັນຕໍ່ານີ້ແມ່ນບັນຫາສິ່ງທ້າທາຍໃຫ້ແກ່ຜູ້ບໍລິຫານການສຶກສາຕ້ອງພ້ອມກັນເອົາໃຈໃສ່ເພື່ອບັນລຸຄາດໜາຍ.

   ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສຳຄັນຫຼາຍເປັນການສົ່ງເສີມການຍົກລະດັບຄຸນນະພາບການສຶກສາສ້າງຂີດຄວາມສາມາດໃຫ້ແກ່ຜູ້ອຳນວຍການໂຮງຮຽນ, ຄູສຶກສານິເທດ ແລະຄູສອນປະຈຳຂັ້ນ ປ2 ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບການສ້າງແຜນການສອນ, ວິທີ ສິດສອນ, ເຕັກນິກໃນການສອນ, ວິທີວັດ, ການປະເມີນຜົນ, ການຜະລິດອຸປະກອນຊື່ການຮຽນ-ການ ສອນຜູ້ເຂົ້າຮ່ວມຍັງຈະໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນ ແລະນຳເອົາເນື້ອໃນສຳຄັນຕ່າງໆ.

__________

ໂດຍ: ນາລີ ແພງວິໄລ