ອີມິນໂຮ ສົ່ງອູດູຮວານກ່ອນເຂົ້າເປັນທະຫານພັນທະ

 ສອງໜຸ່ມຮູບງາມ ອີມິນໂຮ ແລະອູດູຮວານ ທີ່ຫາກໍມີຜົນງານ ຮ່ວມກັນໃນຊີຣີເລື່ອງ “The King: Eternal Monarch” ໂດຍອີມິນ ໂຮຮັບບົດເປັນພະລາຊາອີກົນ ແຫ່ງຈັກກະພັດ ສ.ເກົາຫຼີສ່ວນ ອູດູຮວານນັ້ນຮັບບົດເປັນ ໂຈຢອງອົງຄະລັກປະຈຳພະອົງ ແລະມີຕຳ ແໜ່ງເປັນດາບໜຶ່ງໃຕ້ນະພາ ຊຶ່ງ ເຮັດໃຫ້ທັງສອງສະໜິດສະໜົມກັນຫຼາຍ.

  ວັນທີ 5 ກໍລະກົດ ທີ່ຜ່ານມາ ອີມິນໂຮ ໄດ້ແຊຮູບພາບທີ່ລາວ ກຳລັງກອດໜຸ່ມ ອູດູຮວານ ຊຶ່ງຕັດ ຜົມສັ້ນກຽມພ້ອມສຳລັບເຂົ້າເປັນທະຫານພັນທະເພື່ອປະຕິບັດພະລະກິດຮັບໃຊ້ຊາດ ໂດຍຂຽນວ່າ ຂ້ອຍຫວັງວ່າເຈົ້າຈະກາຍເປັນປືນ ໜຶ່ງໃຕ້ນະພາໃນທະຫານ, ສ່ວນ ອູດູຮວານ ກໍໂພສຮູບທີ່ເໝືອນກັນໃນອິນຕາແກຣມຂອງຕົວເອງຄືກັນ ພ້ອມກັບຂໍ້ຄວາມທີ່ສຸດໜ້າຮັກວ່າ ກະໝ່ອມຈະຮີບໄປ ແລະຮີບກັບມາ ເດີ ຝ່າບາດ, ຊຶ່ງອູດູຮວານ ມີກຳນົດເຂົ້າເປັນທະຫານພັນທະຮັບໃຊ້ຊາດໃນວັນທີ 6 ກໍລະກົດ.

--------

ຮຽບຮຽງໂດຍ: ແກ້ວ