3 ເຄັດລັບການຫຼຸດກິນອາຫານໃຫ້ໜ້ອຍລົງ

  ຖ້າເຮົາກິນອາຫານຫຼາຍເກີນໄປກໍອາດຈະເຮັດໃຫ້ເຮົາຕຸ້ຍໄດ້ເປັນທໍາມະດາຖ້າຫາກເຮົາກິນອາຫານທີ່ມີພະລັງງານຫຼາຍກວ່າທີ່ຮ່າງກາຍຂອງເຮົາສາມາດເຜົາຜານໄດ້ໃນແຕ່ລະມື້ມັນກໍຈະມີພະລັງງານສະສົມຈາກອາຫານມາກອງໄວ້ຕາມໜ້າທ້ອງ, ແຂນຂາ ແລະແອວຂອງເຮົາເຮັດໃຫ້ມີໄຂມັນ ໜາຂຶ້ນ,ດັ່ງນັ້ນເຊື່ອວ່າຫຼາຍຄົນຄົງບໍ່ຢາກໃຫ້ຕົນເອງຕຸ້ຍ, ບໍ່ຢາກເປັນຄົນທີ່ກິນເກັ່ງ ແລະຢາກກິນໃຫ້ໜ້ອຍໆແລ້ວອິ່ມດົນໆແຕ່ກໍຍາກທີ່ຈະຫັກຫ້າມໃຈຕົນ ເອງໄດ້ເພາະກິນຫຼາຍປານໃດກໍຍັງບໍ່ອິ່ມ, ສະນັ້ນໃນຄໍລໍາສາລະໜ້າຮູ້ມື້ນີ້ມາແນະນໍາເຄັດລັບທີ່ຈະຊ່ວຍໃຫ້ທ່ານກິນອາຫານໄດ້ໜ້ອຍລົງມາຝາກຈະມີຫຍັງແນ່ນັ້ນໄປເບິ່ງພ້ອມກັນເລີຍ.

  1. ກິນອາຫານໃຫ້ກົງເວລາ: ກິນອາຫານໃຫ້ຄົບ 3 ຄາບ ແຕ່ເລືອກຮັບປະທານອາຫານທີ່ໃຫ້ພະລັງ ງານຕໍ່າໃນອາຫານຄາບແລງ.
  2. ນໍາອາຫານໃສ່ຖ້ວຍ ຫຼື ຈານນ້ອຍ: ເພື່ອເປັນ ການຈໍາກັດປະລິມານອາຫານບໍ່ໃຫ້ເຮົາກິນຫຼາຍ ເກີນໄປ.
  3. ຕັ້ງໃຈກິນອາຫານພຽງຢ່າງດຽວ: ເພື່ອ ເຖິງເວລາກິນເຂົ້າກໍຕັ້ງໃຈກິນ ແລະເມື່ອອິ່ມແລ້ວ ຈຶ່ງໄປເຮັດກິດຈະກໍາອື່ນຕໍ່. -

      ຮຽບຮຽງໂດຍ: ຟ້າ