ຈີນເຝົ້າລະວັງກາຝາກໂລກລະບາດ

  ເມືອງແຫ່ງໜຶ່ງໃນເຂດປົກຄອງຕົນເອງມົງໂກລີຂອງ ສປ ຈີນ ເຕືອນໄພກາຝາກໂລກຕ່ອມນໍ້າເຫຼືອງລະບາດຫຼັງຈາກພົບຄົນເຈັບຢ່າງໜ້ອຍ 4 ຄົນ ຕັ້ງແຕ່ທ້າຍປີທີ່ຜ່ານມາ.

  ຕາມຂ່າວຕ່າງປະເທດລາຍງານໃນວັນທີ 6 ກໍລະກົດ ວ່າຄະນະກຳມາທິການສາທາລະນະສຸກປະຈຳເມືອງບາຢັນນູໃນເຂດປົກຄອງຕົນເອງມົງໂກລີຕັ້ງຢູ່ທາງພາກເໜືອຂອງຈີນປະກາດເຕືອນໄພດ້ານສາທາລະນະສຸກລະດັບ 3 ຈາກທັງໝົດ 4 ຂັ້ນ ເຕືອນໄພເລື່ອງກາຝາກໂລກຕ່ອມນໍ້າເຫຼືອງຊຶ່ງເປັນປະເພດຂອງກາຝາກໂລກທີ່ພົບຫຼາຍທີ່ສຸດ, ຊຶ່ງຄຳສັ່ງດັ່ງກ່າວຄວບຄຸມການຫ້າມລ່າ ແລະຮັບປະທານຊີ້ນສັດທີ່ຕ້ອງສົງໄສເປັນພາຫະນໍາເຊື້ອພະຍາດດັ່ງກ່າວ ແລະຂໍໃຫ້ປະຊາຊົນທີ່ມີອາການໄຂ້ ຫຼືພົບເຫັນຜູ້ຄົນທີ່ມີອາການໄຂ້ໂດຍບໍ່ຮູ້ສາເຫດໃຫ້ຮີບລາຍງານຕໍ່ເຈົ້າໜ້າທີ່ສາທາລະນະສຸກປະຈຳຊຸມຊົນທັນທີທັງນີ້ນັບຕັ້ງແຕ່ເດືອນພຶດສະພາປີທີ່ຜ່ານມາທາງເຂດປົກຄອງຕົນ ເອງມົງໂກລີມີຜູ້ຕິດເຊື້ອກາຝາກໂລກແລ້ວ 4 ຄົນ ໂດຍ 2 ຄົນມີອາການຂອງກາຝາກໂລກປອດກາຝາກໂລກເປັນພະຍາດຕິດເຊື້ອແບກທີເຣຍທີ່ແຜ່ຈາກສັດສູ່ຄົນຜ່ານລະອອງຂະໜາດນ້ອຍເຊັ່ນ: ຂີ້ກະເທິ, ການສຳພັດໂດຍກົງກັບພາຫະນໍາໂລກທີ່ສ່ວນໃຫຍ່ຄື: ໂຕໜູ, ໂຕຮອກ ແລະບັນດາສັດແຂ້ວອີກຫຼາຍຊະນິດການຮັບປະທານອາ ຫານ ຫຼືນໍາສິ່ງທີ່ເປິ້ເປື້ອນຊະນິດນີ້ເຂົ້າສູ່ຮ່າງກາຍກາຝາກໂລກສາມາດເກີດຂຶ້ນໄດ້ກັບມະນຸດທຸກເພດ ແລະທຸກໄວ.

  ອົງການອະນາໄມໂລກກຳນົດໃຫ້ກາຝາກໂລກເປັນພະຍາດຕິດຕໍ່ອັນຕະລາຍຖ້າຫາກພົບເຫັນຄົນເຈັບ ຫຼືຜູ້ຕ້ອງສົງໄສຕ້ອງລາຍງານໜ່ວຍງານທີ່ກ່ຽວຂ້ອງພາຍໃນປະ ເທດນັ້ນໃຫ້ໄວທີ່ສຸດ ແລະແຈ້ງໃຫ້ອົງການອະນາໄມໂລກຮູ້ປະຈຸບັນຍັງບໍ່ທັນມີວັກແຊງປ້ອງກັນກາຝາກໂລກທີ່ມີປະສິດທິພາບການໃຫ້ຄົນເຈັບໄດ້ຮັບການປິ່ນປົວທັນທີຈຶ່ງເປັນເລື່ອງສຳຄັນທີ່ສຸດ.