ລັດຖະບານອິນເດຍຢືນຢັນໃນວັນທີ 6 ກໍລະກົດທີ່ຜ່ານມາວ່າພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນປະເທດສະສົມເພີ່ມເປັນຢ່າງໜ້ອຍ 697.413 ຄົນຫຼາຍທີ່ສຸດໃນ ທະວີບອາຊີ ແລະແຊງໜ້າຣັດເຊຍຂຶ້ນມາເປັນອັນດັບ 3 ຂອງໂລກ.

 ຕາມຂ່າວຕ່າງປະເທດລາຍງານວ່າກະຊວງສາທາລະນາສຸກຂອງອິນເດຍອອກຖະແຫຼງການໃນວັນທີ 6 ກໍລະກົດທີ່ຜ່ານມາລາຍງານສະຖານະການພະຍາດໂຄວິດ-19 ຂອງປະເທດໃນຮອບ 24 ຊົ່ວໂມງຫຼ້າສຸດວ່າມີຜູ້ຕິດເຊື້ອລາຍໃໝ່ 24.248 ຄົນ ເພີ່ມສະຖິຕິສະສົມເປັນຢ່າງໜ້ອຍ 697.413 ຄົນຫຼາຍທີ່ສຸດໃນທະວີບອາຊີ ແລະ ແຊງໜ້າຣັດເຊຍຂຶ້ນມາເປັນອັນດັບ 3 ຂອງໂລກໂດຍສະຖິຕິຄົນເຈັບສະສົມຂອງຣັດເຊຍຢູ່ທີ່ 681.251 ຄົນ ສ່ວນອັນດັບ 1ແມ່ນອາເມລິກາມີຄົນເຈັບສະສົມຢູ່ທີ່ 2,9 ລ້ານຄົນ ແລະອັນດັບ 2 ບຣາຊິນມີຜູ້ຕິດເຊື້ອທັງໝົດ 1,6 ລ້ານຄົນ.

  ຂະນະທີ່ຜູ້ເສຍຊີວິດຈາກພະຍາດໂຄວິດ-19 ໃນອິນເດຍໃນຮອບວັນທີ່ຜ່ານມາຢູ່ທີ່ 425 ຄົນ ເພີ່ມຈຳນວນຜູ້ເສຍຊີວິດສະສົມຢູ່ທີ່ 19.693 ຄົນ ເປັນ 1 ໃນ 11 ປະເທດໃນໂລກທີ່ມີຜູ້ເສຍຊີວິດຈາກການຕິດເຊື້ອໂຄວິດ-19 ສະສົມຫຼາຍກວ່າ 10 ພັນຄົນ, ໂດຍອັນດັບ 1 ຍັງເປັນອາເມລິກາມີຜູ້ເສຍຊີວິດ132.000 ຄົນ ຮອງລົງມາບຣາຊິນ 64.000 ຄົນ, ອັງກິດ 44.000 ຄົນ ແລະອີຕຣາລີ 34.861 ຄົນ.