ວິທີເຮັດລາບປາຕອງ ແບບງ່າຍໆໃຜໆກໍເຮັດກິນໄດ້

 ທຸກຄົນຮູ້ກັນດີຢູ່ແລ້ວວ່າປານັ້ນໃຫ້ປະໂຫຍດຫຼວງຫຼາຍສະນັ້ນປາສາມາດນໍາມາປຸງແຕ່ງໄດ້ຫຼາຍຢ່າງເປັນຕົ້ນແມ່ນ: ຕົ້ມສົ້ມ, ປີ້ງ, ປົ່ນ, ລາບ ແລະອື່ນໆ ດັ່ງນັ້ນໃນຄໍລໍາສາລະໜ້າຮູ້ມື້ນີ້ນໍາເອົາວິທີເຮັດລາວ ປາຕອງມາຝາກຈະເຮັດແນວໃດນັ້ນໄປຮູ້ພ້ອມກັນເລີຍ.

ສ່ວນປະກອບ: ປານໍ້າໜັກປະມານ 300 ກຣາມ 1 ໂຕ, ເຂົ້າຂົ້ວ 2 ບ່ວງໂຕະ, ເຜັດປົ່ນ 1 ບ່ວງໂຕະ, ຂ່າຕຳລະອຽດ 1 ບ່ວງໂຕະ, ໃບຂີ້ຫູດຊອຍຝອຍ 2 ບ່ວງຊາ, ຕົ້ນຫອມຊອຍ 2 ບ່ວງຊາ, ນໍ້າປາແດກ 2-3 ບ່ວງ ຫຼື ນໍ້າປາ 2-3 ບ່ວງໂຕະ.

  ວິທີເຮັດ: ລ້າງປາໃຫ້ສະອາດຂູດເອົາແຕ່ຊີ້ນຂອງມັນແລ້ວນໍາໄປຟັກໃຫ້ລະອຽດຫຼັງຈາກນັ້ນໃຫ້ນໍາໄປຕໍາຈົນແຫຼວແລ້ວນໍາເຂົ້າຂົ້ວ, ເຜັດປົ່ນຂ່າທີ່ຕຳໄວ້,  ໃບຂີ້ຫູດຕາມດ້ວຍໃນໍ້າປາ,ນໍ້າໝາກນາວຄົນໃຫ້ເຂົ້າກັນໂຮຍຫອມລາບ ແລະຫອມປົ່ນທີ່ຊອຍໄວ້ລົງໄປຫຼັງຈາກນັ້ນຊິມລົດຊາດຕາມມັກກິນກັບໝາກຖົ່ວລະກະບົວລະພາເທົ່າກໍ່ສາມາດແຊບໄດ້ກັບລາບປາຕອງ.

--------

ຮຽບຮຽງໂດຍ: ຟ້າ