ເສດຖະກິດຈີນເລີ່ມຂະຫຍາຍຕົວໃນໄຕມາດ 2

ນັກເສດຖະສາດ ສປ ຈີນ ລະບຸວ່າເສດຖະກິດຈີນຈະກັບມາເຕີບ ໂຕໃນໄຕມາດ 2 ຂອງປີ 2020 ນີ້ ທ່າມກາງສັນຍານການຟື້ນຕົວຮອບ ໃໝ່ຫຼັງຈາກຜ່ານພົ້ນການແຜ່ລະບາດຄັ້ງໃຫຍ່ຂອງເຊື້ອໂຄວິດ-19.

ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ຫຼີ່ ເສົາ ນັກເສດຖະສາດ ຈາກບໍລິສັດ ເຈີຊາງ ຊີຄຽວຣິຕີ ຊຶ່ງເປັນໜຶ່ງໃນບໍລິສັດຕົ້ນຕໍຂອງຈີນ ຄາດວ່າຕົວເລກຜະລິດຕະພັນພາຍໃນ(ຈີດີພີ) ຂອງຈີນຈະຂະຫຍາຍຕົວໃນໄຕມາດ 2 ແລະຈະເພີ່ມຂຶ້ນເປັນຫຼາຍກວ່າ 6% ໃນໄຕມາດ 3 ແລະ 4 ຫຼັງ ຈາກທີ່ຫົດຕົວລົງໃນໄຕມາດທຳອິດ,ຊຶ່ງດັດຊະນີຝ່າຍຈັດຊື້ (ພີ ເອັມໄອ)ຂະຫຍາຍຕົວ 4 ເດືອນຕິດຕໍ່ກັນຂະນະຜົນຜະລິດຂະແໜງອຸດສາຫະກຳກໍກຳລັງຟື້ນຕົວ,ນອກຈາກນີ້ ການເຕີບໂຕຂອງເສດຖະກິດຍັງ ໄດ້ແຮງຊຸກຍູ້ຈາກການລົງທຶນດ້ານໂຄງສ້າງພື້ນຖານ ແລະອະສັງຫາລິມະຊັບທີ່ກຳລັງຟື້ນຕົວລວມທັງຂະແໜງການບໍລິໂພກ ແລະການສົ່ງອອກເລີ່ມເຂົ້າສູ່ພາວະດີຂຶ້ນ, ຢ່າງໃດກໍຕາມ ທ່ານ ຫຼີ່ ໄດ້ຕັ້ງຂໍ້ສັງເກດວ່າ ຈີນບໍ່ໄດ້ກຳນົດເປົ້າໝາຍພິເສດຂອງການເຕີບໂຕເສດຖະກິດປະຈຳປີ 2020 ຊຶ່ງສະທ້ອນໃຫ້ເຫັນວ່າຈະບໍ່ມີການກຳນົດນະໄຍບາຍກະຕຸ້ນເສດຖະກິດຊຸດໃຫຍ່.

     ທ່ານ ຫຼີ່ ກ່າວຕື່ມວ່າ ລັດຖະບານຈີນມີເປົ້າໝາຍທີ່ຈະປະສານນະໂຍບາຍການເງິນເພື່ອສ້າງສະຖຽນລະພາບດ້ານການຈ້າງວຽກເຮັດ ແລະຮັບຮອງມາດຕະຖານຊີວິດຄວາມເປັນຢູ່ຂະນະດຽວກັນກໍຈະເຂົ້າໄປສະໜັບສະໜູນໂຄງການສຳຄັນເພື່ອຊ່ວຍເຫຼືອຜູ້ປະກອບການຂະໜາດນ້ອຍ ແລະຂະໜາດກາງໃຫ້ກ້າວຜ່ານຄວາມຫຍຸ້ງຍາກລໍາບາກ ແລະນໍາພາປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ.

--------

ໜັງສືພິມເສດຖະກິດ-ສັງຄົມ