ດ່ານສາກົນນາເພົ້າສຳເລັດສ້ອມແປງຫໍພັກພະນັກງານ

  ໃນວັນທີ 30 ມັງກອນ 2019 ບໍລິສັດພູເບ້ຍມາຍນິງ ຈຳກັດ ໄດ້ມອບວັດຖຸ, ອຸປະກອນຊ່ວຍເຫຼືອການສ້ອມແປງຫໍພັກພະນັກງານຢູ່ດ່ານພາສີສາກົນນາເພົ້າຢູ່ໃນແຂວງຄຳມ່ວນຊຶ່ງປະກອບສ່ວນທຶນຮອນໂດຍບໍລິສັດພູເບ້ຍມາຍນິງ, ມູນຄ່າທີ່ໃຊ້ໃນການຍົກລະດັບແມ່ນ 19,35 ລ້ານກີບ (ປະມານ 2.600 ໂດລາສະຫະລັດ) ຊຶ່ງລວມມີການສ້ອມແປງຫຼັກຄາ, ເຮືອນຄົວພະນັກງານ ແລະ ພື້ນທີ່ໂຮງອາຫານ.

  ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ, ໄດ້ກ່າວວ່າ: ດ່ານພາສີດັ່ງກ່າວແມ່ນເຊື່ອມຕໍ່ລະຫວ່າງ ສປປ ລາວ ກັບຫວຽດນາມ ແລະນອນຢູ່ໃນເສັ້ນທາງຂົນສົ່ງແຮ່ຫຼັກສຳລັບບໍລິສັດຊຶ່ງແຮ່ເຂັ້ມຂຸ້ນຂອງບໍລິສັດພູເບ້ຍມາຍນິງຫຼາຍກວ່າ 80 ສ່ວນຮ້ອຍແມ່ນຜ່ານດ່ານພາສີດັ່ງກ່າວໃນແຕ່ລະປີສຳ ລັບການປະກອບສ່ວນທຶນຮອນດັ່ງກ່າວແມ່ນຕົວຊີ້ບອກເຖິງຄວາມມຸ້ງໝັ້ນອັນຕໍ່ເນື່ອງຂອງບໍລິສັດໃນການຊ່ວຍເຫຼືອບັນດາຊຸມຊົນທີ່ຢູ່ໃກ້ໂຮງງານ ແລະເສັ້ນທາງຂົນສົ່ງແຮ່ຂອງບໍລິສັດ.

  ໃນແຕ່ລະປີບໍລິິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອລັດຖະບານລາວ ແລະອົງການຈັດຕັ້ງທີ່ບໍ່ສະແຫວງຫາຜົນກຳໄລໂດຍຜ່ານ ແຜນງານບໍລິຈາກຂອງບໍລິສັດໃນການຈັດຊື້ອຸປະກອນ, ສ້ອມແປງອາຄານສຳນັກງານ ແລະເປັນເຈົ້າພາບໃຫ້ງານຕ່າງໆຂອງທ້ອງຖິ່ນ.

  ແຜນງານບໍລິຈາກດັ່ງກ່າວນີ້ແມ່ນສະທ້ອນໃຫ້ເຫັນເຖິງເປົ້າໝາຍຂອງບໍລິສັດໃນການປະກອບສ່ວນອັນສຳຄັນເຂົ້າໃນກໍ່ສ້າງຕຶກອາຄານໃຫ້ຄົງທົນຍາວນານ ແລະ ມັນກໍຈະໃຫ້ປະໂຫຍດແກ່ພະນັກງານທີ່ຈະນຳໃຊ້ຕຶກອາຄານດັ່ງກ່າວອີກດ້ວຍ.

  ໃນປີ 2018 ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບເງິນສົດ, ການບໍລິຈາກເປັນວັດຖຸປັດໄຈ ແລະການຮ້ອງຂໍການສະໜັບສະໜູນຫຼາຍກວ່າ 80 ສ່ວນຮ້ອຍ ສຳລັບການກໍ່ສ້າງຕຶກອາຄານ, ການຈັດຊື້ອຸປະກອນ ແລະການສະໜັບສະໜູນງານຕ່າງໆຂອງຊຸມຊົນ.