ເງິນສຳຮອງເງິນຕາຕ່າງປະເທດຈີນ ເພີ່ມຂຶ້ນ 10,6 ຕື້ໂດລາ

  ເງິນສຳຮອງສະກຸນເງິນຕາ ຕ່າງປະເທດຂອງ ສປ ຈີນ ທີ່ເພີ່ມຂຶ້ນສະແດງໃຫ້ເຫັນເຖິງປະສິດທິຜົນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19

 ຕາມຂ່າວຕ່າງປະເທດລາຍງານວ່າອົງການເງິນຕາຕ່າງປະເທດແຫ່ງຊາດຈີນໄດ້ເປີດເຜີຍຕົວເລກຂໍ້ມູນໃນວັນທີ 7 ກໍລະກົດນີ້ ໂດຍສະແດງໃຫ້ເຫັນວ່າ: ມາຮອດທ້າຍເດືອນມິຖຸນາປີນີ້, ເງິນສຳຮອງສະກຸນເງິນຕາຕ່າງປະເທດຂອງຈີນໄດ້ເພີ່ມຂຶ້ນ 10,6 ຕື້ໂດລາສະຫະລັດ ຫຼື 0,3% ເມື່ອທຽບໃສ່ທ້າຍເດືອນພຶດສະພາປີນີ້. ຕົວເລກ ເງິນສຳຮອງສະກຸນເງິນຕາຕ່າງ ປະເທດຫຼ້າສຸດໄດ້ສະແດງໃຫ້ເຫັນເຖິງປະສິດທິຜົນໃນການຟື້ນຟູການຜະລິດ, ການເຮັດວຽກ ແລະການຟື້ນຟູເສດຖະກິດຄືນໃໝ່ຂອງຈີນ. ພາຍໃຕ້ສະພາບທີ່ພະຍາດໂຄວິດ-19 ແຜ່ລະບາດໃນທົ່ວໂລກ ແລະ ເສດຖະກິດຂອງປະເທດທີ່ສຳຄັນໂດຍທົ່ວໄປໄດ້ຕົກຕໍ່າລົງ, ເງິນສຳຮອງສະກຸນເງິນຕາຕ່າງປະ ເທດຂອງຈີນສາມາດຮັກສາປະລິມານໃຫ້ຢູ່ໃນລະດັບທີ່ໝັ້ນທ່ຽງຊຶ່ງສະແດງໃຫ້ເຫັນວ່າຈີນໄດ້ຮັບຜົນສຳເລັດທີ່ສຳຄັນແລະຍິ່ງໃຫຍ່ເປັນກ້າວໆໃນດ້ານການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19,ຕົວເລກດັດຊະນີທາງເສດຖະກິດທຸກປະການໄດ້ດີຂຶ້ນ ແລະສະພາບເສດຖະກິດພວມພັດທະນາໄປໃນທິດທາງທີ່ດີເປັນກ້າວໆ.

  ປະສົບການຂອງຈີນໄດ້ພິສູດໃຫ້ເຫັນວ່າ: ຂໍແຕ່ມີພຶດຕິກຳໃນການຕ້ານພະຍາດໂຄວິດ-19 ທີ່ຕັ້ງໜ້າ, ຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງສໍາເລັດຜົນ, ການປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂດຍວິທີການທາງວິທະຍາສາດປະເພດຕ່າງໆຢ່າງວ່ອງໄວເທົ່າທີ່ຈະໄວໄດ້,ຈຶ່ງຈະສາມາດເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນແລະສະພາບແວດລ້ອມດ້ານການແລກປ່ຽນກັບພາຍນອກມີຄວາມໝັ້ນທ່ຽງ, ຈຶ່ງຈະສາມາດຟື້ນຟູການຜະລິດ ແລະການເຮັດວຽກຄືນໃໝ່ໄດ້ໄວກວ່າເກົ່າ, ທັງສາມາດຟື້ນຟູເສດຖະກິດຄືນໃໝ່. ໃນເວລາທີ່ມີສະພາບແວດລ້ອມດ້ານການຜະລິດ ແລະຊີວິດ ການເປັນຢູ່ທີ່ີໝັ້ນທ່ຽງກໍ່ຈະສາມາດເຮັດໃຫ້ເສດຖະກິດເຕີບໂຕ ແລະເພີ່ມການສົ່ງອອກ, ຊຶ່ງຈະກາຍເປັນການໝູນວຽນທີ່ດີ.