ສປຊ ເຕືອນຈະມີຊາວໂຊມາລີອຶດຫີວ 3,5 ລ້ານຄົນ

  ສປຊ ກ່າວເຕືອນໃນເມື່ອບໍ່ ດົນມານີ້ວ່າ ມີຊາວໂຊມາລີຢ່າງ ໜ້ອຍສຸດ 3,5 ລ້ານຄົນຈະປະເຊີນໜ້າກັບວິກິດການດ້ານສະບຽງອາຫານ.

 ຕາມຂ່າວສານຫວຽດນາມ ລາຍງານວ່າ ຫ້ອງການປະສານ ງານບັນດາບັນຫາດ້ານມະນຸດສະທຳຂອງ ສປຊ (OCHA) ກ່າວເຕືອນວ່າມີຊາວໂຊມາລີຢ່າງ ໜ້ອຍສຸດ 3,5 ລ້ານຄົນຕ້ອງປະເຊີນໜ້າກັບສະພາບການວິກິດການ ຫຼື ບໍ່ຄ້ຳປະກັນດ້ານສະບຽງອາຫານຢ່າງຮີບດ່ວນໃນໄລຍະແຕ່ເດືອນມິຖຸນາຫາເດືອນກັນຍາ 2020. ຕາມບົດລາຍງານຂອງ OCHA, ມີເດັກນ້ອຍໂຊມາລີປະມານ 1 ລ້ານຄົນຄາດວ່າ ເປັນໂລກ ຂາດສານອາຫານ ມີ 2,6 ລ້ານ ຄົນຕ້ອງອົບພະຍົບ ແລະມີນັກຮຽນເກືອບ 1 ລ້ານຄົນຈະບໍ່ໄດ້ໄປຮຽນຍ້ອນວ່າ ບັນດາໂຮງຮຽນຕອ້ງປິດເມືອງຍ້ອນໂລກລະບາດໂຄວິດ-19.

 ວິກິດການດ້ານມະນຸດສະທຳຢູ່ໂຊມາລີມີສາຍເຫດຕົ້ນຕໍແມ່ນຜົນຮ້າຍຂອງການປ່ຽນແປງດິນຟ້າອາກາດ, ການປະທະກັນທີ່ດຳເນີນມາເປັນເວລາຫຼາຍປີ, ສະພາບ ການອຶດຫິວທຸກຍາກແຜ່ລາມເປັນວົງກວ້າງໄດ້ເຮັດໃຫ້ມີ 5,2 ລ້ານ ຄົນຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳໃນປີ 2020.

-------

ໜັງສືພິມເສດຖະກິດ-ສັງຄົມ