ລາຄາຄໍາເພີ່ມຂຶ້ນແພງສຸດໃນຮອບ 9 ປີ

  ລາຄາຄຳເພີ່ມຂຶ້ນແພງສຸດ ໃນຮອບ 9 ປີ ຫຼັງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດກັບມາລະບາດຮອບສອງ.

  ຕາມຂ່າວຕ່າງປະເທດລາຍງານວ່າລາຄາຄຳສະປອດທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງໃນອາທິດທີ່ຜ່ານມາເພີ່ມຂຶ້ນ 1.796 ໂດລາຕໍ່ອອນ ໃນວັນທີ 7 ກໍລະກົດ ຂຶ້ນໄປຢູ່ທີ່ລະດັບ 1.801 ໂດລາຕໍ່ອອນເປັນເທື່ອທຳອິດໃນຮອບ 9 ປີໃນເວລາ 14:24 ໂມງ ຂອງວັນທີ 8 ກໍລະກົດໂດຍປັບຂຶ້ນຈາກລາຄາເປີດຕະຫຼາດເຖິງ 10 ໂດລາ. ຂະນະທີ່ລາຄາຄຳຟີວເຈີ ໃນໄລຍະເວລາດຽວກັນກໍປັບຕົວເພີ່ມຂຶ້ນ 2,50 ໂດລາສູ່ລະດັບ 1.812 ໂດລາຕໍ່ອອນ ຊຶ່ງເປັນລະດັບສູງສຸດນັບຕັ້ງແຕ່ປີ 2011 ທ່າມກາງການແຜ່ລະບາດຂອງເຊື້ອໂຄວິດ-19 ກັບມາເພີ່ມສູງຂຶ້ນໃນຫຼາຍປະເທດ ແລະຄາດວ່າສະຖານະການເສດຖະກິດໂລກຈະຫົດຕົວລົງຢ່າງໜັກ.

 ຂະນະທີ່ລາຄານໍ້າມັນດິບປັບຕົວຫຼຸດລົງໂດຍນໍ້າມັນດັບເບີລຢູທີໄອປັບຕົວຫຼຸດລົງ 0,2% ຢູ່ທີ່ 40,54 ໂດລາຕໍ່ຖັງ ແລະເບຣນ ຫຼຸດລົງ 0,4% ຢູ່ທີ່ 43,02 ໂດລາຕໍ່ຖັງ.

______________

ໜັງສືພິມເສດຖະກິດ-ສັງຄົມ