ເລື່ອງ Fantasy Island ທັງສະຫຍອງຂວັນ ແລະໂຣແມນຕິກ

 ຮູບເງົາເລື່ອງ Fantasy Island ໄດ້ເລົ່າເຖິງຜູ້ໂຊກດີ 5 ຄົນ ທີ່ໄດ້ລາງວັນເປັນທີ່ພັກທີ່ເກາະແຫ່ງໜຶ່ງກາງມະຫາສະໝຸດພ້ອມທີ່ພັກສຸດຫຼູທີ່ມີໂລະເປັນຜູ້ດູແລ ເກາະອັນແສນເລິກລັບແຫ່ງນີ້ ຊຶ່ງ ຜູ້ທີ່ມາຢາມເກາະແຫ່ງນີ້ແມ່ນຈະໄດ້ຮັບຊີວິດໃນຝັນທີ່ໂຕເອງຕ້ອງການ ແລະຊີວິດໃນຝັນຈະຈົບລົງ ເອງຕາມທຳມະຊາດແຕ່ບໍ່ອາດຈະຮູ້ໄດ້ວ່າໃນຊີວິດໃນຝັນເຫຼົ່ານັ້ນ ແຝງໄປດ້ວຍອັນຕະລາຍ ແລະ ພວກເຂົາຕ້ອງຫາວິທີ່ເອົາໂຕລອດດ້ວຍໂຕເອງ.

  ຮູບເງົາເລື່ອງນີ້ເປີດຫົວເລື່ອງ ໄດ້ຢ່າງໜ້າຕື່ນເຕັ້ນ ແລະໜ້າສົນໃຈຫຼາຍໃນຕອນຕົ້ນຂອງຮູບເງົາ ແມ່ນມີການປູເລື່ອງຢ່າງໄວວາ ແລະເຂົ້າເລື່ອງກໍ່ໄດ້ໄວເຊັ່ນກັນແຕ່ເມື່ອໄດ້ເຂົ້າເລື່ອງແລ້ວສາມາດເອົາຄົນເບິ່ງໄດ້ຢ່າງຢູ່ເລີຍຮູບເງົາ ມີທັງສະຫຍອງຂວັນ, ແອັກຊັນ, ຮັກໂຣແມນຕິກ, ແຕ່ສິ່ງທີ່ໜ້າປະທັບໃຈແມ່ນຮູບເງົາມີສາກຫັກມຸມ ແບບທີ່ຄາດບໍ່ເຖິງເລີຍອາດຈະເປັນເໝືອນລາຍເຊັນຂອງຜູ້ກຳກັບ ທີ່ມັກຈະເຮັດຮູບເງົາແນວຫັກ, ຂໍ້ ດີຂອງຮູບເງົາແມ່ນໃສ່ຄວາມຕື່ນ ເຕັ້ນຄວາມກົດດັນມາແບບຈັດ ເຕັມ, ບົດຮູບເງົາມີຄວາມຫຼາກຫຼາຍ, ເຮັດໄດ້ດີກັບຕົວລະຄອນທີ່ມີຄວາມຈຳກັດ, ໃສ່ຮູບປະເດັນຕ່າງໆທາງສັງຄົມມາໄດ້ຢ່າງຫຼາກ ຫຼາຍ ແລະກໍ່ສາມາດຈັດການປະເດັນຕ່າງໆໄດ້ຂ້ອນຂ້າງດີ.

--------

ຮຽບຮຽງໂດຍ: ແກ້ວ