ທະນາຄານພັດທະນາລາວສາຂາແຂວງຄໍາມ່ວນມີຍອດເງິນຝາກ 376 ຕື້ກີບ

  ກອງປະຊຸມໃຫຍ່ຄັ້ງທີ VII ຂອງໜ່ວຍພັກທະນາຄານການພັດທະນາລາວ (ທພລ) ສາຂາແຂວງຄຳມ່ວນໄດ້ໄຂຂຶ້ນເມື່ອອາທິດຜ່ານມາພາຍໃຕ້ການເປັນປານຂອງສະຫາຍ ປາດຖະໜາ ແກ້ວບຸນໄຊ ຮັກສາການເລຂາໜ່ວຍພັກ (ທພລ) ສາຂາແຂວງຄໍາມ່ວນ,ເປັນກຽດເຂົ້າຮ່ວມມີ ສະຫາຍ ແກ້ວ ວົງພະຈັນ ຮອງຫົວໜ້າຄະນະຈັດ ຕັ້ງແຂວງຄໍາມ່ວນ,  ສະຫາຍຄະນະຮັບຜິດຊອບໂຄງປະກອບບຸກຄະລາກອນຂັ້ນແຂວງ, ຕາງໜ້າໜ່ວຍພັກຈາກທະນາຄານສາຂາອ້ອມຂ້າງ ແລະ ສະຫາຍຜູ້ແທນສົມ ບູນພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມ.

  ສະຫາຍ ປາດຖະໜາ ແກ້ວບຸນໄຊ ໄດ້ກ່າວໄຂກອງປະຊຸມພ້ອມທັງຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງນີ້ໂດຍສະເພາະຕີລາຄາໃຫ້ເຫັນຢ່າງພາວະວິ ໄສຕໍ່ຄວາມຮັບຜິດຊອບໃນການຊີ້ນຳ-ນຳພາວຽກງານຮອບດ້ານຂອງຄະນະພັກຕະຫຼອດໄລຍະທີ່ຜ່ານມາ, ໜ່ວຍພັກທະນາຄານ ພທລ.ຄມ ແມ່ນໜ່ວຍພັກໜຶ່ງທີ່ດໍາເນີນທຸລະກິດດ້ານການເງິນພາຍໄຕ້ເງື່ອນໄຂຕາມຂໍ້ຕົກລົງຄຸ້ມຄອງບໍລິຫານ 4 ຝ່າຍມີສາຍຕັ້ງຂຶ້ນກັບຄະນະປະຈໍາພັກແຂວງ ແລະສາຍຂວາງຂຶ້ນກັບທະນາຄານພັດ ທະນາລາວສໍານັກງານໃຫຍ່ທີ່ນະຄອນຫຼວງວຽງຈັນ, ມີພາລະບົດບາດເປັນເສນາທິການ ແລະມີຄວາມຮັບຜິດຊອບໂດຍກົງຕໍ່ຄະນະພັກຂັ້ນເທິງ,ໃນການຊີ້ນໍາໆ ພາຮອບດ້ານຢູ່ ທພລ.ຄມ, ໜ່ວຍ ພັກທະນາຄານ ທພລ.ຄມ ສາຂາ ແຂວງຄໍາມ່ວນ ໃນປະຈຸບັນມີສະ ມາຊິກພັກທັງໝົດ 21 ສະຫາຍ, ຍິງ 6 ສະຫາຍ, ປະກອບມີ 5 ຂະ ແໜງການ, ຄະນະພັກໜ່ວຍພັກ ໄດ້ຖືເອົາວຽກງານສຶກສາອົບຮົມ ການເມືອງແນວຄິດເປັນວຽກງານ ສໍາຄັນຕົ້ນຕໍແລະເປັນປັດໃຈຕັດ ສິນແຫ່ງການນໍາພາເພື່ອແນໃສ່ ເຮັດໃຫ້ສະມາຊິກພັກພະນັກງານ ໄດ້ເຊື່ອມຊຶມ ແລະກໍາໄດ້ແນວທາງນະໂຍບາຍຂອງພັກໄປຄຽງຄູ່ກັບການຊີ້ນໍາໆພາພັດທະນາວຽກງານວິຊາສະເພາະເພື່ອເປັນການຍົກ ສູງຄວາມສາມາດໃນການແຂ່ງຂັນ ແລະ ເຊື່ອມໂຍງເຂົ້າກັບສາກົນພັດທະນາຕົນເອງກ້າວໄປສູ້ຄວາມທັນສະໄໝເປັນກ້າວໆປັບປຸງການບໍລິການໃຫ້ມີຄວາມຖືກຕ້ອງ, ສະດວກ, ວ່ອງໄວ, ປອດໄພ ແລະສາມາດຫັນເອົາການບໍລິການຂອງທະນາຄານໄປສູ່ຄວາມທັນສະໄໝຢ່າງສໍາເລັດເປີດກວ້າງການນໍາໃຊ້ລະບົບອອນລາຍ, ໃຫ້ບໍລິການຕູ້ATM, ບັດ ATM, ທພລ ຖອນເງິນໄດ້ທົ່ວໂລກ, ໃຫ້ຄວາມສະດວກແກ່ລູກຄ້າຕາມມາດຕະຖານສາກົນ, ບໍລິການຈ່າຍເງິນເດືອນ, ຊໍາລະຄ່ານໍ້າປະປາ, ຄ່າໄຟຟ້າ, ຊື້ບັດຕື່ມເງິນ, ຄ່າອິນເຕີເນັດ, ຄ່າໂທລະສັບເບີລາຍເດືອນ, ສໍາລະຄ່າພາສີອາກອນຜ່ານລະບົບທະນາຄານພັດທະນາລາວສາຂາຄໍາມ່ວນຕາມຄວາມຕ້ອງການຂອງລູກ ຄ້າ.

  ໃນປະຈຸບັນມີຕູ້ ATM ທັງໝົດ 7 ຕູ້, ຕູ້ ATM ແລະບັດ ATM ແມ່ນສາມາດໃຊ້ຮ່ວມກັນໄດ້ກັບ 10 ທະນາຄານໃນທົ່ວປະເທດ, ຜ່ານມາໄດ້ເອົາໃຈໃສ່ລະດົມທຶນທຸກຮູບແບບພາຍໄຕ້ນະໂຍບາຍ ແລະ ລະບຽບການຂອງທະນາຄານພັດທະນາລາວວາງອອກ, ມາຮອດປະຈຸບັນມີຍອດເງິນຝາກທັງໝົດ 376 ຕື້ກີບ ເພີ່ມຂຶ້ນ 31 ຕື້ກີບ, ໄດ້ຕອບສະໜອງທຶນຮອນໃຫ້ແກ່ບັນດາຫົວໜ່ວຍທຸລະກິດຜູ້ປະກອບການໂດຍສະເພາະແມ່ນທຸລະກິດຂະໜາດກາງ, ຂະໜາດນ້ອຍລວມທັງຫົວໜ່ວຍທຸລະກິດໃນການກໍ່ສ້າງພື້ນຖານໂຄງລ່າງຂອງລັດໂດຍມີເປົ້າໝາຍເພື່ອສ້າງປັດໃຈເງື່ອນໄຂໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຄໍາມ່ວນໃຫ້ມີຄວາມຈະເລີນເປັນກ້າວໆ, ນັບແຕ່ຜົນສໍາ ເລັດກອງປະຊຸມໃຫຍ່ຂອງໜ່ວຍພັກທະນາຄານພັດທະນາລາວປີ 2014, ມາຮອດປະຈຸບັນໄດ້ລົງ ທຶນໃນຂະແໜງການເສດຖະກິດຕ່າງໆທັງໝົດ 237,2 ຕື້ກີບ, ການດໍາເນີນທຸລະກິດໃສ່ຂະແໜງການຕ່າງໆມີທັງໝົດ 236,9 ຕື້ກີບ, ສ່ວນການປ່ອຍສິນເຊື່ອແມ່ນເລືອກເຟັ້ນເອົາລູກຄ້າທີ່ມີປະສິດທິຜົນພ້ອມທັງລູກຄ້າເກົ່າທີ່ມີການປະຕິບັດສັນຍາໄດ້ດີ, ສ່ວນລາຍຮັບຕົ້ນຕໍຂອງທະນາຄານແມ່ນໄດ້ມາຈາກດອກເບ້ຍການໃຫ້ສິນເຊື່ອ, ລາຍຮັບຄ່າທໍານຽມຈາກເງິນໃຫ້ກູ້, ລາຍຮັບຜິກດ່ຽງຈາກການຊື້ຂາຍເງິນຕາ ແລະ ຄ່າທໍານຽມຕ່າງໆຂອງທະນາຄານຊຶ່ງສາມາດສ້າງລາຍຮັບໄດ້ທັງໝົດ 62,07 ຕື້ກີບດ້ານລາຍຈ່າຍປະຕິບັດໄດ້ທັງໝົດ 63,129 ຕື້ກີບ.

 ການເຄື່ອນໄຫວຊີ້ນໍາໆພາຂົງເຂດອົງການຈັດຕັ້ງມະຫາຊົນໄດ້ຊຸກຍູ້ສົ່ງເສີມເຮັດໃຫ້ 3 ອົງການຈັດຕັ້ງມະຫາຊົນສາມາດຍາດໄດ້ຜົນງານດີເດັ່ນໄດ້ຮັບການຍ້ອງຍໍ ແລະນາມມະຍົດຕາມຄໍາຂວັນຂອງແຕ່ລະພາກສ່ວນຢ່າງຕໍ່ເນື່ອງໃນແຕ່ລະປີ, ນອກນັ້ນຍັງຕີລາຄາໃຫ້ເຫັນບາງບັນຫາດ້ານອ່ອນຂໍ້ຄົງຄ້າງສາເຫດ ແລະ ບົດຮຽນທີ່ຖອດ ຖອນໄດ້ຈາກການເຄື່ອນໄຫວນໍາພາຕົວຈິງໃນຜ່ານມາ, ພ້ອມທັງທິດທາງແຜນການ ແລະຄາດໝາຍສູ້ຊົນໃນຕໍ່ໜ້າຢ່າງລະອຽດແຕ່ລະດ້ານ.

  ຈາກນັ້ນສະຫາຍຜູ້ແທນສົມບູນກໍໄດ້ໃຊ້ສິດປະຊາທິປະໄຕອັນເຕັມສ່ວນຂອງຕົນປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ຊຶ່ງມີຜູ້ສະໝັກຈໍານວນ 5 ສະຫາຍ, ໃນນັ້ນເລືອກເອົາ 3 ສະຫາຍ, ຜ່ານການປ່ອນບັດຄັດເລືອກ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບກັນເລືອກເອົາ ສະຫາຍ ປາດຖະໜາ ແກ້ວ ບຸນໄຊ ເປັນເລຂາໜ່ວຍພັກທະນາຄານພັດທະນາລາວສາຂາແຂວງຄໍາມ່ວນ,ສະຫາຍ ນາງ ຜິວທອງ ວົງຈັນທະລັງສີ ເປັນຮອງ ເລຂາໜ່ວຍພັກ, ທັງເປັນປະທານກວດກາພັກ ແລະສະຫາຍ ພຸດທະວີໃຊ ບຸດດາວົງ ເປັນກໍາມະການຄະນະພັກຊຸດໃໝ່.