ໂລກຈະຮ້ອນຂຶ້ນໃນອີກ 5 ປີຕໍ່ໜ້າ

   ສະຫະປະຊາຊາດລະບຸໃນທ້າຍອາທິດທີ່ຜ່ານມາວ່າ ໂລກຈະມີອຸນຫະພູມຮ້ອນຂຶ້ນຢ່າງໜ້ອຍ 1 ອົງສາເຊໃນອີກ 5 ປີຕໍ່ໜ້າ.

  ຕາມຂ່າວຕ່າງປະເທດລາຍງານວ່າ ອົງການອຸຕຸນິຍົມວິທະຍາໂລກ(WMO) ຊຶ່ງເປັນໜ່ວຍງານໃນສັງກັດສະຫະປະຊາຊາດ(ສປຊ)ຄາດຄະເນສະພາບອາກາດສຳລັບ 5 ປີຕໍ່ໜ້າລະບຸວ່າ ໂລກຈະມີອຸນຫະພູມສະເລ່ຍສູງກວ່າລະດັບກ່ອນຍຸກອຸດສາຫະກຳຢ່າງໜ້ອຍ 1 ອົງສາເຊ ໃນທຸກໆ 5 ປີຕໍ່ໄປ ແລະມີໂອກາດ20% ທີ່ປີໃດປີໜຶ່ງທີ່ຈະມີອຸນຫະພູມສູງກວ່າ 1,5%, ໂດຍ ລະບຸວ່າໃນໄລຍະ 5 ປີຫຼ້າສຸດເປັນໄລຍະທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ ແລະຄາດວ່າ ໃນໄລຍະ 5 ປີຕໍ່ໜ້າລະຫວ່າງປີ 2020-2024 ໂລກຈະມີອຸນຫະພູມສູງກວ່າລະດັບກ່ອນອຸດສາຫະກຳຢູ່ໃນໄລຍະ 0,91-1,59 ອົງສາເຊ.

  ອົງການອຸຕຸນິຍົມໂລກເປີດເຜີຍວ່າ ເກືອບທຸກໆພາກພື້ນຍົກເວັ້ນບາງສ່ວນຂອງມະຫາສະໝຸດໃນຂົ້ວໂລກໃຕ້ ມີທ່າອຽງຈະຮ້ອນກວ່າປີ 1981-2010 ໂດຍການສຶກສາຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມທ້າທາຍທີ່ຍິ່ງໃຫຍ່ໃນການຈະບັນລຸເປົ້າໝາຍທີ່ຂໍ້ຕົກລົງປາຣີວ່າດ້ວຍການປ່ຽນແປງສະພາບອາກາດໄດ້ຕັ້ງເປົ້າໄວ້ ໃນການຈະຄວບຄຸມບໍ່ໃຫ້ໂລກມີອຸນຫະພູມສູງກວ່າລະດັບກ່ອນຍຸກອຸດສາຫະກຳເກີນ 2 ອົງສາເຊພາຍໃນສັດຕະວັດນີ້.

--------

ໜັ້ງສືພິມເສດຖະກິດ-ສັງຄົມ