ໄອເອັມເອຟແນະນໍາປະເທດມີລາຍໄດ້ຕໍ່າປັບໂຄງສ້າງໜີ້

 ກອງທຶນການເງີນສາກົນ(ໄອເອັມເອຟ) ແນະນໍາປະເທດທີ່ມີລາຍໄດ້ຕໍ່າ ປັບໂຄງສ້າງໜີ້ ຫຼັງຈາກກູ້ຢືມເງີນມາຈັດການກັບເສດຖະກິດທີ່ໄດ້ຮັບຜົນກະທົບຈາກເຊື້ອໂຄວິດ-19 ຫຼຸດຄວາມສ່ຽງປະເຊີນພາລະໜີ້ເພີ່ມ.

 ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ນາງ ກິຕາ ໂກປິນາດ ຫົວໜ້ານັກເສດຖະສາດຂອງກອງທຶນການເງີນສາກົນ(ໄອເອັມເອຟ)ເປີດເຜີຍວ່າ ຫຼາຍປະເທດອາດຈຳເປັນຕ້ອງປັບໂຄງສ້າງໜີ້ ຫຼັງຈາກເສດຖະກິດໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງເຊື້ອໂຄວິດ-19 ທົ່ວໂລກ, ທ່ານ ນາງໂກປີນາດ ກ່າວວ່າ ຍັງບໍ່ເກີດວິກິດໜີ້ໃນຂະນະນີ້ ແຕ່ກໍຈະມີຄວາມຈຳເປັນຕໍ່ເນື່ອງໃນການບັນເທົາໜີ້ໃຫ້ກັບບັນດາປະເທດທີ່ທຸກຍາກທີ່ສຸດໃນໂລກ ເມື່ອພິຈາລະນາຈາກສະຖານະການໂລກລະບາດທີ່ເກີດຂຶ້ນ, ປະເທດທີ່ມີລາຍໄດ້ຕໍ່າປະມານ 40% ທີ່ປະເຊີນກັບໜີ້ຫຼືມີຄວາມສ່ຽງທີ່ຈະປະເຊີນກັບພາລະໜີ້ນັ້ນ ຈຳເປັນຕ້ອງປັບໂຄງສ້າງໜີ້.

  ນອກຈາກນີ້ ລັດຖະມົນຕີການເງີນ ຈີ20, ຜູ້ນໍາໄອເອັມເອຟ ແລະທະນາຄານໂລກລວມເຖິງເຈົ້າໜີ້ຂະແໜງເອກະຊົນຈະຫາລືກ່ຽວກັບທາງເລືອກຕ່າງໆໃນການຮັບມືກັບກະແສເງີນທຶນໄຫຼອອກຈາກຕະຫຼາດເກີດໃໝ່, ບັນຫາໜີ້ ແລະວິທີການທີ່ດີທີ່ສຸດໃນການສົ່ງເສີມການຂະຫຍາຍຕົວທາງເສດຖະກິດທີ່ເຂັ້ມແຂງ ແລະຍືນຍົງ.

-------

ໜັງສືພິມເສດຖະກິດ-ສັງຄົມ