ການຄ້າຫວຽດນາມ-ອິດສະຣາແອນບັນລຸ 649,4 ລ້ານໂດລາ

  ວິສາຫະກິດອິດສະຣາແອນເອົາໃຈໃສ່ຊຸກຍູ້ການນຳເຂົ້າສິນຄ້າຫຼາຍປະເພດຂອງ ສສ ຫວຽດນາມ ເຮັດໃຫ້ການຄ້າສອງຝ່າຍເພີ່ມສູງຂຶ້ນ.

 ຕາມຂ່າວສານຫວຽດນາມລາຍງານວ່າອົງການການຄ້າ ຫວຽດນາມ ປະຈຳອິດສະຣາແອນໃຫ້ຮູ້ວ່າ: ການແລກປ່ຽນດ້ານການຄ້າສອງສົ້ນລະຫວ່າງຫວຽດນາມ ແລະ ອິດສະຣາແອນ ໃນ 5 ເດືອນຕົ້ນປີ 2020 ບັນລຸ 649,4 ລ້ານໂດລາສະຫະລັດ. ທ່ານ ເລທ໊າຍຮ່ວາ  ທູດການຄ້າ ຫວຽດນາມ ປະຈຳ ອິດສະຣາແອນກ່າວວ່າການຄ້ານຳເຂົ້າ-ສົ່ງອອກໄປຍັງ ອິດສະຣາແອນຫຼຸດລົງເກືອບ 18% ເມື່ອທຽບໃສ່ໄລຍະດຽວກັນປີ 2019, ໃນຂະນະນັ້ນການນຳເຂົ້າຈາກຕະຫຼາດອິດສະຣາແອນເພີ່ມຂຶ້ນ 419%. ສິ່ງທີ່ເປັນໜ້າສົນໃຈແມ່ນໃນ 5 ເດືອນຕົ້ນປີນີ້, ການສົ່ງອອກປາທູນາໄປຍັງອິດສະຣາແອນ ບັນລຸກ່ວາ 11 ລ້ານໂດລາ ຊຶ່ງເປັນໜຶ່ງໃນ 10 ຕະຫຼາດນຳເຂົ້າປາທູນາແຖວໜ້າຂອງຫວຽດນາມ.

 ທ່ານ ເລທ໊າຍຮ່ວມ ໃຫ້ຮູ້ຕື່ມອີກວ່າ ວິສາຫະກິດອິດສະຣາແອນບາງແຫ່ງມີຄວາມສົນໃຈຕໍ່ສິນຄ້າປາ, ສະບຽງອາຫານສຳເລັດຮູບ, ແຜ່ນແພ, ຕັດຫຍິບ ແລະພວມພົວ ພັນແລກປ່ຽນກັບບັນດາບໍລິສັດ ຫວຽດນາມ ເພື່ອສືບຕໍ່ຊຸກຍູ້ການນຳເຂົ້າບັນດາປະເພດສິນຄ້າດັ່ງກ່າວເຂົ້າອິດສະຣາແອນໃນໄລຍະຈະມາເຖິງ.