ນັກສືກສາຈາກສະຖາບັນການເມືອງ-ການປົກຄອງ ແຫ່ງຊາດຢ້ຽມຢາມແຂວງໄຊຍະບູລີ

  ໃນຕອນເຊົ້າຂອງວັນທີ 12 ກຸມພາ 2019 ທີ່ສະໂມສອນ ຫ້ອງວ່າການແຂວງໄຊຍະບູລີ, ນັກສືກສາປະລິນຍາໂທຮຸ່ນທີ XIV ສາຂາວິຊາເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດຈາກສະຖາບັນການເມືອງ-ການປົກຄອງ ແຫ່ງຊາດນໍາໂດຍ ທ່ານ ສີສອນ  ບັນບຸນສີ ວ່າການຫົວໜ້າຄະນະວິຊາ ເສດຖະກິດການເມືອງພ້ອມດ້ວຍຄະນະ, ໄດ້ພົບປະ ແລະຖອດຖອນບົດຮຽນກັບຫ້ອງວ່າການແຂວງໄຊ ຍະບູລີ, ໃຫ້ການຕ້ອນຮັບໂດຍທ່ານ ທອງສູນ ແສງອາລຸນ ຮອງຫົວໜ້າຫ້ອງວ່າການແຂວງ.

  ພ້ອມທ່ານ ທອງສູນ ແສງອາລຸນ ຍັງໄດ້ລາຍງານຫຍໍ້ກ່ຽວກັບ ວຽກງານພັດທະນາຊົນນະບົດຢູ່ ແຂວງໄຊຍະບູລີວ່າ:  ການພັດທະນາເສດຖະກິດ-ສັງຄົມເປັນຕົ້ນການພັດທະນາພື້ນຖານໂຄງລ່າງຕ່າງໆ ທີ່ຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນແມ່ນໄດ້ຮັບການປັບປຸງດີຂຶ້ນ, ປະຈຸບັນທົ່ວແຂວງໄດ້ມີເສັ້ນທາງເຂົ້າເຖິງໝົດທຸກບ້ານ, ມີນໍ້າສະອາດຊົມໃຊ້ກວມ 85%,  ບ້ານ, ຊົມໃຊ້ໄຟຟ້າ  97,78% ຂອງຈໍານວນບ້ານທັງໝົດ, ວຽກງານວັດທະນະທໍາ-ສັງຄົມກໍໄດ້ຮັບການເອົາໃຈໃສ່ປັບປຸງ, ການບໍລິການດ້ານການສຶກສາ-ສາທາລະ ນະສຸກແມ່ນກວມ 100%, ການຊຸກຍູ້ຂະບວນການຜະລິດເປັນສິນ ຄ້າຂອງປະຊາຊົນນັບມື້ນັບຂະຫຍາຍ ຕົວກວ້າງອອກ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບ ການປັບປຸງດີຂຶ້ນຢ່າງຈະແຈ້ງ, ເຮັດໃຫ້ອັດຕາຄວາມທຸກຍາກຂອງປະ ຊາຊົນໄດ້ຮັບການແກ້ໄຂລຸດລົງຍັງ 1,6%  ຂອງຄອບຄົວທັງໝົດ,  ບ້ານ ທຸກຍາກຍັງ 12 ບ້ານ, ໄດ້ຮັບຮອງ ເປັນບ້ານພັດທະນາແລ້ວ 274 ບ້ານ, ກວມ 63,27% ຂອງຈໍາ ນວນບ້ານທັງ, ໄດ້ປະກາດຮັບຮອງ ບ້ານໃຫຍ່ເປັນຕົວເມືອງນ້ອຍຢູ່ຊົນນະບົດໄດ້ 6 ແຫ່ງ, ເສດຖະກິດຂອງ ແຂວງຂະຫຍາຍຕົວຢູ່ໃນລະດັບ 8,7% ມູນຄ່າຜະລິດຕະພັນພາຍໃນບັນລຸ 9,55 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 3.012 ໂດລາ ສໍາຫຼັບ ວຽກງານ 3 ສ້າງແມ່ນໄດ້ຜັນຂະຫຍາຍໄປທຸກໆເມືອງ ແລະປະຕິບັດໄປທຸກບ້ານໃນນີ້ສຸ່ມໃສ່ສ້າງ 18 ບ້ານ ທີ່ເປັນເປົ້າໝາຍສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍຢູ່ໃນຊົນນະບົດໃຫ້ມີຄວາມເຂັ້ມແຂງ ແລະ ເປັນຕົວແບບໃຫ້ບ້ານອື່ນໆ ແລະ ໄດ້ສ້າງຕັ້ງ ກອງທຶນພັດທະນາບ້ານຂຶ້ນເພື່ອແກ້ໄຂຊີວິດການຢູ່ຂອງປະຊາຊົນ, ຊຶ່ງ ມີທັງໝົດ 295 ກອງທຶນກວມເອົາ 68,60%  ຂອງຈໍານວນບ້ານທັງໝົດໃນນີ້ມີສະມາຊິກທັງໝົດ 39.060  ຄົນ; ມີທຶນທັງໝົດ  124  ຕື້ກວ່າກີບ, ຜ່ານການສ້າງຕັ້ງກອງທຶນເຫັນວ່າຄວາມທຸກຍາກຂອງພໍ່ແມ່ປະຊາຊົນຫຼາຍຄອບຄົວໄດ້ພົ້ນທຸກ, ຫຼາຍຄອບ ຄົວມີຢູ່ມີກິນ ແລະ ມີຊີວິດດີຂຶ້ນ.