ຫວຽດນາມ ຂຸດຄົ້ນນໍ້າມັນບັນລຸ 10,73 ລ້ານໂຕນ

   ໃນ 6 ເດືອນຕົ້ນປີ 2020 ນີ້ ສສ ຫວຽດນາມ ຂຸດຄົ້ນນ້ຳມັນ ບັນລຸ 10,73 ລ້ານໂຕນ ລື່ນກາຍ ແຜນການ 4,2%. ຕາມຂ່າວສານຫວຽດນາມ ລາຍງານວ່າ ກຸ່ມບໍລິສັດນ້ຳມັນ ອາຍແກ໊ສຫວຽດນາມ (PVN) ໃຫ້ຮູ້ວ່າ 6 ເດືອນຕົ້ນປີ 2020 ນີ້ ຍອດປະລິມານຂຸດຄົ້ນນ້ຳມັນຂອງກຸ່ມບໍລິສັດດັ່ງກ່າວບັນລຸໄດ້ 10,73 ລ້ານໂຕນ, ລື່ນກາຍແຜນການ 6 ເດືອນແມ່ນ 4,2% ແລະເທົ່າກັບ 52,7% ແຜນການທັງປີ. ພິເສດ, ນີ້ເປັນຄັ້ງທຳອິດນັບແຕ່ປີ 2016 ເປັນຕົ້ນມາ, ສຳປະສິດລະຫວ່າງ ການເພີ່ມປະລິມານສະສົມນ້ຳມັນ ແລະປະລິມານຂຸດຄົ້ນຂອງ PVN ບັນລຸທົບ 1,19 ເທົ່າ, ຊຶ່ງແມ່ນລະ ດັບການຮັບປະກັນຄວາມປອດໄພໃຫ້ແກ່ການພັດທະນາແບບຍືນຍົງຂອງກຸ່ມບໍລິສັດ.

 ຕາມທ່ານ ເລແມ້ງຮຸ່ງ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ PVN ກ່າວວ່າ ວຽກງານຊອກຫາ, ສຳຫຼວດ, ຂຸດຄົ້ນນ້ຳມັນໄດ້ຜັນຂະຫຍາຍຕາມແຜນການ, ການເຄື່ອນໄຫວຂຸດຄົ້ນນ້ຳມັນ, ຂຸດຄົ້ນອາຍ ແກ໊ສແມ່ນຢູ່ໃນລະດັບດີທີ່ສຸດ, ທຸກໆຫົວໜ່ວຍໃນກຸ່ມບໍລິສັດລ້ວນແຕ່ຮັກສາໄດ້ລະດັບການຜະລິດ, ດຳເນີນທຸລະກິດຢ່າງເປັນປົກກະຕິ.

-------

ໜັງສືພິມເສດຖະກິດ-ສັງຄົມ