ປກສ ເອັບຊີ ເປີດຕົວຊຸດແຂ່ງຂັນ ລຸຍເປບຊີ ລາວລີກ 1 ລະດູການ 2020

 ເປີດຕົວຢ່າງເປັນທາງການ ແລ້ວຊຸດແຂ່ງຂັນທັງໃນບ້ານ ແລະ ນອກບ້ານຂອງທັບນັກກີລາເຕະບານຕຳຫຼວດສະໂມສອນກະຊວງປ້ອງກັນຄວາມສະຫງົບຫຼື ປກສ ເອັບຊີ ເພື່ອເຂົ້າຮ່ວມລ່າແຊັມການແຂ່ງຂັນເຕະບານລາຍການ ເປບ ຊີ ລາວລີກ 1 ລະດູການ 2020, ຂະນະທີ່ນັດທຳອິດ ປກສ ເອັບຊີ ສາມາດບຽດເອົາຊະນະສະໂມສອນວຽງຈັນ ເອັບຊີ ໄປໄດ້ແບບ ຫວຸດຫວິດ 2-1 ປະຕູ ເກັບ 3 ແຕ້ມ ສຳຄັນໄດ້ສຳເລັດ.

  ພິທີເປີດຕົວຊຸດແຂ່ງຂັນຂອງ ທັບນັກເຕະບານສະໂມສອນ ປກສ ເອັບຊີ ໃນຄັ້ງນີ້ໄດ້ມີຂຶ້ນເມື່ອວັນ ທີ 10 ກໍລະກົດ ຜ່ານມາ ທີ່ກົມກີລາ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດ ເຂົ້າຮ່ວມຂອງທ່ານ ພົນຈັດຕະວາຄຳສາຍ ຈັນທະວົງ ຮອງກົມໃຫຍ່ ການເມືອງ ປກສ, ທ່ານ ພັນເອກ ທອງເພັດ ມະນີສະຫວັນ ຫົວໜ້າ ກົມກີລາ ປກສ ແລະທ່ານ ທິບພະເນດ ແກ້ວມະນີວົງ ປະທານບໍລິສັດແກ້ວໂອໂຕກຣຸບ ຕົວແທນຈຳໜ່າຍລົດໃຫຍ່ຍີ່ຫໍ້ມາສດາ ສປປ ລາວພ້ອມດ້ວຍບັນດາຜູ້ໃຫ້ການ ສະໜັບສະໜູນ, ຄະນະຄູຝຶກ ແລະ ນັກກີລາຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

  ທ່ານ ບຸນມາ ປະຖຳມະວົງ ຫົວໜ້າຄູຝຶກສະໂມສອນ ປກສ ເອັບຊີ ກ່າວວ່າ: ທີມຊຸດນີ້ແມ່ນໄດ້ກຳລັງ ຫຼັກໆມາຈາກກຳລັງ ປກສ ເປັນ ສ່ວນໃຫຍ່ ແລະອີກຈຳນວນໜຶ່ງ ແມ່ນໄດ້ຈາກພາກສ່ວນນອກທີ່ໄດ້ມາປະກອບສ່ວນຊ່ວຍທີມຂອງ ພວກເຮົາການກະກຽມທີມເປັນໄລ ຍະສັ້ນເນື່ອງຈາກໃນໄລຍະເຊື້ອພະ ຍາດສາຍພັນໃໝ່ໂຄວິດ-19 ແຜ່ ລະບາດຢ່າງໜັກເຮັດໃຫ້ທີມ ປກສ ພວກເຮົາໄດ້ໂຈະການເຄື່ອນໄຫວ ຝຶກຊ້ອມຊົ່ວຄາວ ແລະຫາກໍໄດ້ກັບມາຝຶກຊ້ອມໄດ້ໜຶ່ງເດືອນເຕັມແຕ່ພວກເຮົາກໍມີຄວາມພ້ອມເຕັມຮ້ອຍ ເປີເຊັນທີ່ຈະເຂົ້າຮ່ວມສ້າງຜົນງານ ໃນລາວລີກ 1, ແນວໃດກໍຕາມລາວ ລີກ 1 ປີນີ້ ເຫັນວ່າມີຫຼາຍສະໂມ ສອນມີການກະກຽມຄວາມພ້ອມມາ ດີສະນັ້ນເປັນສິ່ງທີ່ທ້າທາຍຕໍ່ການ ຍາດແຊັມມາຄອງຂ້ອນຂ້າງລຳບາກແຕ່ເພື່ອເຮັດແນວໃດທີ່ຈະມອບຄວາມສຸກໃຫ້ກອງເຊຍທົ່ວກຳລັງ ປກສ ມີຄວາມພາກພູມໃຈໃນແຕ່ລະນັດພວກເຮົາຈະພ້ອມກັນສູ້ຊົນຢ່າງ ຕັມທີ່ເພື່ອເກັບໄຊຊະນະໃຫ້ແຟນ ບານໄດ້ສະຫຼອງຢ່າງມ່ວນຊື່ນ. 

   ທ່ານ ທິບພະເນດ ແກ້ວມະນີ ວົງ ໄດ້ກ່າວວ່າ: ຊຸດແຂ່ງຂັນ ປກສ ຊຸດນີ້ມີດ້ວຍກັນ 2 ສີ ກໍຄືສີແດງ ເປັນຊຸດແຂ່ງຂັນໃນບ້ານ ແລະຊຸດ ສີຟ້າເພື່ອກຽມໄປຢາມຄູ່ແຂ່ງຂັນ ທັງສອງສີມີຄວາມເປັນພິເສດໃນຮູບແບບຂອງລົດມາສດາ ແລະມີ ລັກສະນະສີສັນສະຫງົບນິ້ງ ແລະ ເຢືອກເຢັນ, ແນວໃດກໍດີ, ຕະຫຼອດ ໄລຍະທີ່ຜ່ານມາທີ່ໄດ້ມີສ່ວນຮ່ວມຄຽງບ່າຄຽງໄຫຼ່ກັບທັບນັກກີລາ ເຕະບານ ປກສ ເອັບຊີ ປີທີ່ເດັ່ນທີ່ ສຸດແມ່ນປີ 2012 ທັບນັກກີລາ ປກສ ພວກເຮົາສາມາດຄວ້າແຊັມ ເຕະບານລາວລີກ 1 ໃນລະດູການ 2012 ຈາກນັ້ນທຸກໆປີສ່ວນຫຼາຍກໍໄດ້ນຳໃຊ້ນັກກີລານັກເຕະສາຍ ເລືອດເກົ່າໆນັມາຮອດປະຈຸບັນ ທີມຊຸດນີ້ແມ່ນເປັນນັກກີລາຊຸດໃໝ່ເກືອບໝົດທີມຖືວ່າເປັນຄວາມທ້າທາຍໃໝ່ຕໍ່ທີມໃນການສ້າງຜົນງານໃຫ້ອອກມາດີແຕ່ກໍເຊື່ອໝັ້ນ ວ່ານັກກີລາທຸກຄົນມີຄວາມຫ້າວຫັນເຂົ້າໃນການຝຶກຊ້ອມ ແລະແຂ່ງ ຂັນຈາກທີ່ໄດ້ເຫັນກໍມີຄວາມດີໃຈ ແລະພ້ອມຈະສົ່ງເສີມເຕັມທີ່, ແນວໃດກໍຕາມ, ແຕ່ລະນັດທີ່ມີການແຂ່ງຂັນຂອງທີມ ປກສ ເອັບຊີ ທາງ ມາສດາ ພວກເຮົາກໍຍັງຈະມີການຕັ້ງບູດໜ້າງານພ້ອມຈັດກິດຈະກຳ ແຈກເສື້ອ ແລະຂອງທີ່ລະນຶກໃຫ້ ແຟນບານຊາວລາວທີ່ໄປຊົມ ແລະ ໄປເຊຍທີມ ປກສ ຂອງພວກເຮົາ ອີກດ້ວຍ.

-------

ໂດຍ: ບຸນນິກ