ເຟຊບຸກກຽມຕິດຄຳເຕືອນສຳລັບໂພສຈາກສື່ລັດຕ່າງປະເທດ

  Facebook ເປີດເຜີຍ ແຜນຕິດຄຳເຕືອນທີ່ໂພສ ແລະໜ້າ ເພຈລວມທັງໂຄສະນາຕ່າງໆທີ່ມາຈາກສື່ລັດຕ່າງຊາດເພື່ອໃຫ້ຜູ້ໃຊ້ງານຮູ້ກ່ຽວກັບທີ່ມາຂອງຂໍ້ມູນ ຕ່າງໆ.

  ສຳນັກຂ່າວຊີເອັນເອັນລາຍ ງານວ່າ Facebook ຈະເລີ່ມຕິດ ປ້າຍຄຳເຕືອນທີ່ໜ້າເພຈ ແລະຂໍ້ ຄວາມຕ່າງໆທີ່ໂພສ ໂດຍສື່ລັດ ເຊັ່ນ Russia Today ແລະສຳ ນັກຂ່າວຊິນຮວາຂອງ ສປ ຈີນຕັ້ງ ແຕ່ອາທິດໜ້າເປັນຕົ້ນໄປ ໂດຍຜູ້ ໃຊ້ງານໃນອາເມລິກາຈະເຫັນຄຳ ເຕືອນນີ້ກ່ອນຜູ້ໃຊ້ງານໃນປະເທດ ອື່ນໆ.

 ທ່ານ ນາເທນຽນ ກະເລເຊີ ຜູ້ຮັບຜິດຊອບດ້ານນະໂຍບາຍຄວາມ ປອດໄພຂອງ Facebook ບອກກັບຜູ້ສື່ຂ່າວຊີເອັນເອັນບິສຊີເນສວ່າ ທາງບໍລິສັດຕັດສິນໃຈດຳເນີນແຜນ ງານນີ້ເນື່ອງຈາກຄວາມກັງວົນ ກ່ຽວກັບການເຮັດວຽກຂອງສື່ລັດ ແລະອຳນາດຂອງສື່ໃນການສ້າງ ກະແສ ຫຼື ວາລະຕ່າງໆພາຍໃຕ້ການ ສະໜັບສະໜູນຂອງລັດຖະບານທັງ ນີ້ກະເລເຊີເປີດເຜີຍວ່າ Facebook ມີແຜນຈະປິດກັ້ນ ຫຼື Block ບໍ່ໃຫ້ສື່ລັດຕ່າງປະເທດລົງໂຄສະ ນາໃນອາເມລິກາໃນໄລຍະທ້າຍລະດູຮ້ອນປີນີ້ເປັນຕົ້ນໄປເພື່ອເປັນການລະວັງເຫດກ່ອນການເລືອກຕັ້ງປະທານາທິບໍດີອາເມລິກາໃນ ເດືອນພະຈິກນີ້ ແຕ່ຢ້ຳວ່າບໍລິສັດບໍ່ມີຄວາມຕັ້ງໃຈຈະດຳເນີນແຜນນີ້ ໃນປະເທດອື່ນໆ.

-------

ໜັງສືພິມເສດຖະກິດ-ສັງຄົມ