ບຣູດລິນ ແບັກແຮັມ ຂໍແຟນສາວແຕ່ງດອງ

 ກຽມເຂົ້າສະມາຄົມພໍ່ໃຈ ກ້າອີກຄົນແລ້ວສຳລັບໜຸ່ມຮູບງາມ ບຣູດລິນ ແບັກແຮັມ ອາຍຸ 21 ປີ  ທາຍາດອະດີດຊຸບເປີສະຕານັກເຕະບານລະດັບໂລກ  ເດວິດ ແບັກແຮັມ ທີ່ກຽມພາຄູ່ໝັ້ນສາວນັກສະແດງ ຄົນອາເມລິກາ ນິໂຄລາ ເພລ ອາຍຸ 25 ປີເຂົ້າປະຕູວິວາແລ້ວຂະນະທີ່ ຄອບຄົວແບັກແຮັມອອກມາສະແດງຄວາມຍິນດີທັນທີ.

  ບຣູດ ລິນ ໂພສຮູບພາບທີ່ແສນ ຫວານກັບຫວານໃຈພ້ອມທັງເປີດເຜີຍວ່າເມື່ອ 2 ອາທິດກ່ອນຂ້ອຍໄດ້ ຂໍແຟນແຕ່ງດອງ ແລະລາວກໍຕອບ      ຕົກລົງຂ້ອຍເປັນຜູ້ຊາຍທີ່ໂຊກດີທີ່ສຸດໃນໂລກຂ້ອຍສັນຍາວ່າຈະເປັນສາມີ ແລະພໍ່ທີ່ດີໃນວັນໜຶ່ງຂ້ອຍ ຮັກເຈົ້າທີ່ສຸດ, ບຣູດລິນ ຕອນນີ້ມີອາຊີບຊ່າງພາບອິດສະຫຼະພົບຮັກກັບ ນິໂຄລາ ໃນເທສະການດົນຕີ Coachella ແລະມັກຮັກກັນຕັ້ງແຕ່ທ້າຍປີທີ່ຜ່ານມາມີຄົນເຫັນທັງສອງໄປນໍາກັນຕະຫຼອດ ແລະມັກໄປທ່ຽວຫຼິ້ນຢູ່ຮ້ານອາຫານ, ໃນພັບ ແລະຫຼ້າສຸດປາຕີ້ຮາໂລວີນຂອງ ຊຸບຕາຮັກໂລກ ສ່ວນລາຍລະອຽດເລື່ອງການແຕ່ງດອງນັ້ນຍັງບໍ່ທັງ ໄດ້ເປີດເຜີຍ.

--------

ໜັງສືພິມເສດຖະກິດ-ສັງຄົມ