ໄຊຍະບູລີ ສະຫຼອງວັນກີລາ-ກາຍະກໍາແຫ່ງຊາດ

 ພິທີສະເຫຼີມສະຫຼອງວັນກີລາ-ກາຍະກໍາແຫ່ງຊາດຄົບຮອບ 54 ປີ (13 ກໍລະກົດ1966-13 ກໍລະກົດ 2020 ) ວັນທີ 10 ກໍລະກົດ 2020 ທີ່ເດີ່ນສະໝາມຫຼວງ ແຂວງໄຊຍະບູລີ ເພື່ອເປັນການສົ່ງເສີມ ແລະສ້າງແຮງຈູງໃຈໃຫ້ມວນຊົນຫັນມາຫຼິ້ນກີລາ-ອອກກຳລັງກາຍເພື່ອສຸຂະພາບແຂງແຮງ ແລະ ໃຫ້ເປັນຂະບວນຟົດຟື້ນ ໂດຍການ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງ, ອົງການທຽບເທົ່າ, ພະນັກງານ ລັດຖະກອນ, ນັກຮຽນ-ນັກສຶກສາ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງພ້ອມພຽງ.

 ໃນພິທີທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ ໄດ້ຂຶ້ນກ່າວເປີດພິທີຢ່າງເປັນທາງການ ຊຶ່ງໄດ້ໃຫ້ຮູ້ວ່າ: ການຈັດງານຄັ້ງນີ້ແມ່ນເປັນການສ້າງຂະບວນການເພື່ອເປັນການປະກອບ ສ່ວນຂະບວນການລວມຂອງຊາດ ກໍ່ຄືແຂວງໄຊຍະບູລີ ໂດຍສະເພາະແມ່ນການຈັດສະເຫຼີມສະຫຼອງວັນ ສຳຄັນຂອງວຽກງານກີລາທັງເປັນວັນຄ້າຍວັນເກີດຂອງທ່ານ ສຸພານຸວົງຜູ້ນຳຂອງການປະຕິວັດທີ່ເຄົາລົບຮັກຂອງຊາດຄົບຮອບ 111 ປີ (13 ກໍລະກົດ 1909-13 ກໍລະກົດ 2020), ການສະເຫຼີມສະຫຼອງ ວັນກີລາກາຍະກຳເປັນການປົກປັກຮັກສາ ແລະເສີມຂະຫຍາຍມູນເຊື້ອ ອັນດີງາມຂອງວຽກງານກີລາ-ກາຍະກໍາໃນໄລຍະຜ່ານມາ ແລະ ປັບປຸງຄືນແຜນຍຸດທະສາດການ ພັດທະນາວຽກງານກີລາແຕ່ນີ້ຮອດ ປີ 2025 ເຮັດໃຫ້ປະຊາຊົນບັນ ດາເຜົ່າໄດ້ມີສ່ວນຮ່ວມເປັນເຈົ້າການ ແລະເຂົ້າເຖິງວຽກງານກີລາ ນັບມື້ນັບຫຼາຍຂື້ນພ້ອມກັນນັ້ນກໍ່ເປັນສ່ວນໜຶ່ງໃນແກ້ໄຂສະກັດກັ້ນບັນດາປາກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມວຽກງານກີລາ ແມ່ນຂະບວນການເຄື່ອນໄຫວກິດຈະກຳຕ່າງໆຂອງວຽກງານກີລາ-ກາຍະກຳເປັນການເສີມສ້າງບັນຍາກາດອັນດີໃນສັງຄົມເພື່ອເຮັດໃຫ້ພົນລະເມືອງລາວມີສຸຂະພາບ ເຂັ້ມແຂງທາງດ້ານຮ່າງກາຍ ແລະ ຈິດໃຈ, ມີນໍ້າໃຈກີລາທີ່ຜ່ອງໃສ, ສ້າງສະຕິຊາດ, ສາມາດປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ, ຍົກຖານະບົດບາດຂອງຊາດ, ແນໃສ່ເພີ່ມທະວີ ຄວາມສາມັກຄີ, ມິດຕະພາບ, ສັນຕິພາບ, ການຮ່ວມມືກັບບັນດາປະເທດຢູ່ພາກພື້ນ ແລະສາກົນ, ຮັບໃຊ້ພາລະກິດປົກປັກຮັກສາແລະສ້າງ ສາປະເທດຊາດເຮັດໃຫ້ຮ່າງກາຍ ໄດ້ຮັບການຝຶກແອບ, ການແຂ່ງ ຂັນ, ການສະແດງ, ການແລກ ປ່ຽນບົດຮຽນແບບບຸກຄົນ, ລວມໝູ່ ທີ່ມີສີລະປະ, ລວດລາຍສະເພາະເພື່ອເຮັດໃຫ້ຮ່າງກາຍແຂງແຮງ, ສວຍງາມ, ຈິດໃຈເບີກບານ, ສະໝອງໄດ້ຮັບການພັດທະນາ, ສ້າງ ຄວາມຊຳນານ, ປະສົບການທາງ ດ້ານເຕັກນິກ, ຍຸດທະວິທີເປັນທີ່ນິ ຍົມຊົມຊອບຂອງມວນຊົນກ້າວໄປ ເຖິງການແຂ່ງຂັນເພື່ອຄວາມເປັນ ເລີດນຳກຽດສັກສີ ແລະຊື່ສຽງ ມາສູ່ຕົນເອງ, ຂະແໜງການ, ທ້ອງຖິ່ນ ແລະປະເທດຊາດໃນປະຈຸບັນ ທົ່ວປະເທດໄດ້ຈັດກິດຈະກຳກີລາ ທີ່ມີຫຼາກຫຼາຍສີສັນເຊັ່ນ: ການຍ່າງ ເພື່ອສຸຂະພາບ ຫຼື ການເຕັ້ນແອໂຣ ບິກອື່ນໆ ໂດຍການເຂົ້າຮ່ວມຂອງພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດພໍ່ຄ້າຊາວຂາຍຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ມີໂອກາດສະແດງຄວາມສາມາດ, ສີມື, ມີວິໄນມີຄວາມສາມັກຄີ-ມິດຕະພາບ ແລະສຸຂະພາບເຂັ້ມແຂງທັງເປັນການຍູ້ຂະບວນການ ກິດຈະກໍາເຂົ້າຮ່ວມງານມະຫາກໍາ ກີລາແຫ່ງຊາດຄັ້ງທີ XI ທີ່ແຂວງ ຊຽງຂວາງ ເປັນເຈົ້າພາບຈາກນັ້ນໃນພິທີຍັງໄດ້ຈັດໃຫ້ມີ: ການຫັດ ກາຍຍະບໍລິຫານ, ການເຕັ້ນບັດສະຫຼົບ ແລະເຕັ້ນແອໂຣບິກ 32 ທ່າ.

--------

ໂດຍ: ນາລີ ແພງວິໄລ