ຈໍາປາສັກ ສະຫຼອງວັນສ້າງຕັ້ງກີລາກາຍະກໍາແຫ່ງຊາດ

  ໃນວັນທີ 13 ກໍລະກົດ 2020 ທີ່ສະໜາມກີລາຫຼັກ 2 ນະຄອນປາກເຊ ແຂວງຈໍາປາສັກ ໄດ້ຈັດພິທີເຕັ້ນແອໂຣບິກເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກີລາກາຍະກໍາແຫ່ງຊາດລາວ ຄົບຮອບ 54 ປີຄື: 13 ກໍລະກົດ 1966-13 ກໍລະກົດ 2020, ວັນໂອລິມປີກແຫ່ງ ຊາດຄົບຮອບ 42ປີ, ວັນໂອລິມ ປີກສາກົນຄົບຮອບ 126 ປີ ໂດຍ ການເປັນປະທານຂອງທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆ ຈໍາປາສັກ, ທ່ານ ໜູຈັນ ຈັນທະພົງ ປະທານກວດກາພັກລັດແຂວງຈໍາ ປາສັກ, ທ່ານ ບົວໄຂສຸພາອອນ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງຈໍາປາສັກ, ມີຜູ້ເຂົ້າ ຮ່ວມຈາກພະແນກການຕ່າງໆ, ກໍາລັງປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບນັກຮຽນນັກສຶກສາຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າ ຮ່ວມ.

  ໃນພິທີໄດ້ຜ່ານປະຫວັດຄວາມ ເປັນມາຂອງວົງການກີລາລາວ ແມ່ນປະກົດມີມາແຕ່ດົນນານແລ້ວ ນັບແຕ່ທ້າຍສັດຕະວັດທີ XX ສຶບເນື່ອງມາຈາກການປະຍຸດບັນດາອາວຸດຍຸດທະພັນທີ່ໃຊ້ສໍາລັບການ ເຮັດເສີກສົງຄາມເພື່ອຕໍ່ສູ້ປົກປັນຮັກສາປະຕູພູມກັບພວກສັດຕູໃຫ້ກາຍ ມາເປັນເຄື່ອງມືເພື່ອການກີລາເຊັ່ນ: ກີລາແລນ, ຍິງໜ້າ, ຍິງທະນູ-ປຶນ, ພັນດາບ, ຕີມວຍ, ມວຍປໍ້າ, ຊັດ ຫອກ, ຊັດຫລາວ, ເຫຼົ່ານີ້ເປັນຕົ້ນ ເພື່ອແຂ່ງຂັນສ້າງຄວາມເບີກບານ ມ່ວນຊື່ນ ແລະເພື່ອຄວາມສາມັກຄີຮັກແພງເຊິ່ງກັນແລະກັນ, ຊຶ່ງ ການເວລາໄດ້ຜ່ານໄປກີລາລາວໄດ້ຖືກພັດທະນາ ແລະຂະຫຍາຍຕົວກ້າວສູ່ຄຸນນະພາບໃໝ່ເລື້ອຍໆ,ຈາກການແຂ່ງຂັນເພື່ອຄວາມເບີກ ບານມ່ວນຊື່ນກາຍເປັນການແຂ່ງ ຂັນເພື່ອສຸຂະພາບຄວາມສາມັກຄີຈາກວົງແຄບສົ່ງວົງກວ້າງ, ຈາກ ລະດັບທ້ອງຖີ່ນໄປສູ່ລະດັບຊາດ ແລະສາກົນເທົ່າທຸກວັນນີ້.

  ຫຼັງຈາກນັ້ນທ່ານຮອງເຈົ້າ ແຂວງກໍ່ໄດ້ກ່າວເປີດງານ ແລະ ກ່າວຊົມເຊີຍເຖິງທຸກພາກສ່ວນທີ່ເຫັນຄວາມສໍາຄັນຂອງວັນດັ່ງກ່າວ, ໂດຍສະເພາະໃນການຈັດກິດຈະກໍາວຽກງານກີລາກາຍະກໍາພາຍໃນແຂວງເປັນການກະຕຸກຊຸກຍູ້ຂະບວນການກີລາໃຫ້ໄດ້ມີການ ເຄື່ອນໄຫວທັງເປັນການປູກຈິດສໍານຶກ ແລະຫັນເອົາທຸກຊັ້ນຄົນໃນສັງຄົມ, ເປັນຕົ້ນແມ່ນເຍົາວະຊົນ, ຊາວໜຸ່ມນັກຮຽນນັກສຶກສາໄດ້ຫັນມາຫຼິ້ນອອກກໍາລັງກາຍ ຢ່າງກວ້າງຂວາງເພື່ອຫຼີກຫ່າງຈາກຢາເສບຕິດອື່ນໆເພື່ອເສີມສ້າງ ຮ່າງກາຍໃຫ້ມີສຸຂະພາບແຂງແຮງພັດທະນາທາງດ້ານຈິດໃຈ, ອາລົມ ແລະມັນສະໜອງສາມາດດໍາລົງ ຊີວິດຢູ່ໃນສັງຄົມໄດ້ເປັນຢ່າງດີນໍາພາປະເທດຊາດກ້າວສູ່ຄວາມສີ ວິໄລ.

--------

ໂດຍ: ໂພທິຣາຊ