ຮູບເງົາເລື່ອງຈັກກະວານໄດໂນເສົາ ເດີນໜ້າຖ່າຍທຳຕໍ່ພາກ 6

 ຮູບເງົາຂະໜາດໃຫຍ່ພາກ 6 ໃນຈັກກະວານໄດໂນເສົາ (Jura ssic World: Dominion) ຂອງ ຄ່າຍຢູ່ນິເວີແຊລ ສະຕູດີໂອກັບໄປເປີດກ້ອງຖ່າຍທຳອີກຄັ້ງໃນອາທິດ ນີ້ໃນປະເທດອັງກິດໄດ້ 5 ມື້ແລ້ວ ແລະທຸກຄົນພາກັນຕື່ນເຕັ້ນທີ່ໄດ້ ກັບໄປປະຈົນໄພໃນໂລກຂອງສັດ ດຶກດຳບັນອີກຄັ້ງ ໂດຍທາງຄ່າຍ ປະຕິເສດວ່າການຖ່າຍທຳທັງໝົດຕ້ອງຢຸດລົງເນື່ອງຈາກພົບວ່າທີມ ງານຕິດເຊື້ອໂຄວິດ-19.

  ມີລາຍງານວ່າທີມງານຫຼາຍກວ່າ 1 ຄົນຕິດເຊື້ອໂຄວິດ-19 ຫຼັງຈາກຮູບເງົາເລື່ອງນີ້ກັບມາຖ່າຍທຳອີກເທື່ອໜຶ່ງໃນວັນທີ 6 ກໍລະກົດ ຢູ່ທີ່ໄພວູດສະຕູດີໂອໃນອັງກິດ ຊຶ່ງໃນໄລຍະກະກຽມກ່ອນຖ່າຍທຳໃຊ້ເງີນທຶນມະຫາສານແຕ່ທຸກຢ່າງ ກໍຕ້ອງຢຸດເອົາໄວ້ຕັ້ງແຕ່ເດືອນມີນາ ເພາະມີການແຜ່ລະບາດຂອງ ເຊື້ອໂຄວິດ-19 ໄປທົ່ວໂລກ, ຮູບ ເງົາເລື່ອງ Jurassic World:Dominion ຫາກໍຈະຖ່າຍທໍາໄດ້ ພຽງ 4 ອາທິດຈາກແຜນການທີ່ ວາງເອົາໄວ້ 20 ອາທິດ ຊຶ່ງຄ່າຍ ຢູນິເວີແຊລໄດ້ໃຊ້ເງິນປະມານ 5 ລ້ານໂດລາສະຫະລັດ ກັບມາດຕະການປ້ອງກັນໂຄວິດໃຫ້ກັບທີມ ງານເພື່ອໃຫ້ໝັ້ນໃຈວ່າສະຕູດີໂອ ນັ້ນປອດໄພສຳລັບທຸຄົນທັງກວດ ອຸນຫະພູມຮ່າງການທີມງານ ແລະ ໃຫ້ທຸກຄົນໄປກວດເພື່ອໃຫ້ໝັ້ນໃຈວ່າບໍ່ມີເຊື້ອໂຄວິດ-19 ໂດຍຮູບເງົາ ເລື່ອງນີ້ມີກຳນົດສາຍໃນວັນທີ່ 11 ມິຖຸນາປີ 2021.

---------

ຮຽບຮຽງໂດຍ: ແກ້ວ