ຈີນເຜີຍຍອດນໍາເຂົ້າເພີ່ມຂື້ນ 2,7%

  ສປ ຈີນ ເປີດເຜີຍຕົວເລກມູນຄ່າການນໍາເຂົ້າສິນຄ້າປະຈຳເດືອນ ມິຖຸນາທີ່ຜ່ານມາ ເພີ່ມຂຶ້ນ 2,7% ເຕີບໂຕເປັນເທື່ອທຳອິດຫຼັງຈາກເຊື້ອໂຄວິດ-19 ລະບາດ ນັກວິເຄາະຊີ້ ເປັນສັນຍານຄວາມຕ້ອງການໃນປະເທດ ເລີ່ມຟື້ນຕົວ.

  ຕາມຂ່າວຕ່າງປະເທດລາຍງານວ່າ ຕາມການລາຍງານການປະກາດຕົວເລກການຄ້າສາກົນປະຈຳເດືອນມີຖຸນາປີນີ້ຂອງຈີນໃນວັນທີ 14 ມິຖຸນາທີ່ຜ່ານມາພົບວ່າ ຈີນນໍາເຂົ້າສິນຄ້າຈາກຕ່າງປະເທດເພີ່ມຂຶ້ນ 2,7% ເມື່ອທຽບກັບໄລຍະເວລາດຽວກັນຂອງປີທີ່ຜ່ານມາ ຊຶ່ງເປັນອັດຕາການເຕີບໂຕເປັນເທື່ອທຳອິດນັບຕັ້ງແຕ່ເກີດພະຍາດລະບາດຂອງ ໂຄວິດ-19 ແລະຍັງຫຼາຍກວ່າທີ່ນັກວິເຄາະຄາດຄະເນໄວ້ຈະຕິດລົບເຖິງ 10%, ທ່ານ ໂບຫຍາງເຊວ ນັກວິເຄາະຈີນຂອງ ດັກເກີ ຟຣອນເທຍ ບໍ ລິສັດທີ່ປຶກສາດ້ານທຸລະກິດລະບຸວ່າ ການຟື້ນຕົວຂອງການນໍາເຂົ້າສິນ ຄ້າຂອງຈີນບົ່ງບອກເຖິງຄວາມຕ້ອງການພາຍໃນປະເທດກຳລັງຟື້ນຕົວ ເນື່ອງຈາກການລົງທຶນຫຼາຍພາກສ່ວນເຊັ່ນ: ອະສັງຫາລິມະຊັບ ແລະ ໂຄງສ້າງພື້ນຖານພົບວ່າ ໃນເດືອນມິຖຸນາຈີນນໍາເຂົ້າສິນຄ້າໂພກພັນເພີ່ມຂຶ້ນຫຼາຍ ໂດຍນໍາເຂົ້າແຮ່ເຫຼັກເພີ່ມຂຶ້ນສູງສຸດໃນຮອບ 33 ເດືອນ ຂະນະທີ່ການນໍາເຂົ້ານໍ້າມັນດິບເພີ່ມຂຶ້ນຈຸລະດັບສູງສຸດເປັນປະຫວັດສາດ.

 ຂະນະດຽວກັນຕົວເລກການສົ່ງອອກຂອງຈີນກໍເພີ່ມຂຶ້ນ 0,5% ເມື່ອທຽບກັບໄລຍະເວລາດຽວກັນຂອງປີທີ່ຜ່ານມາ ຊຶ່ງຫຼາຍກວ່າທີ່ຄາດຄະເນໄວ້ຈະຕິດລົບ 1,5% ໂດຍເປັນສັນຍານບົ່ງບອກວ່າ ອຸປະສົງທົ່ວໂລກກຳລັງຟື້ນຕົວພາຍຫຼັງປະເທດເລີ່ມຜ່ອນຄາຍມາດຕະການຈຳກັດການແຜ່ລະບາດຂອງເຊື້ອໂຄວິດ-19 ທີ່ທຳລາຍເສດຖະກິດໂລກຮຸນແຮງທີ່ສຸດໃນຮອບຫຼາຍສິບປີ.

--------

ໜັງສືພິມເສດຖະກິດ ສັງຄົມ