ຊຽງຂວາງ ຈັດພິທີສອບເສັງຈົບຊັ້ນ ມ4 ລະບົບບໍາລຸງທົ່ວໄປຢູ່ສູນ ສນຮ ແຂວງ

 ພິທີເປີດການສອບເສັງຈົບຊັ້ນ ມ4 ລະບົບບໍາລຸງທົ່ວໄປຢູ່ສູນການສຶກສານອກໂຮງຮຽນ (ສນຮ) ແຂວງຊຽງຂວາງ ສົກຮຽນ 2019-2020 ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2020 ນີ້ໂດຍໃຫ້ກຽດເຂົ້າຮ່ວມ ແລະກ່າວເປີດຫົວບົດການສອບເສັງຂອງທ່ານ ນາງ ຂັນທອງ ພົມມະວັນ ຫົວໜ້າຂະແໜງການສຶກສານອກໂຮງຮຽນພະແນກສຶກສາທິການ ແລະກີລາແຂວງ (ສກຂ) ພ້ອມຄະນະ,ມີອໍານວຍການສູນຕະຫຼອດຮອດຄະນະຮັບຜິດຊອບການສອບເສັງ ແລະນ້ອງນັກສອບເຂົ້າຮ່ວມຢ່າງພ້ອມພຽງ.

  ໂອກາດນີ້ທ່ານນາງ ຂັນທອງ ພົມມະວັນ ໄດ້ກ່າວໃຫ້ຮູ້ເຖິງຈຸດປະສົງເປົ້າໝາຍຂອງການຈັດສອບເສັງຈົບຊັ້ນ ມ4 ລະບົບບໍາລຸງທົ່ວໄປຢູ່ສູນ (ສນຮ) ແຂວງຄັ້ງນີ້ ນອກຈາກເປັນການປະຕິບັດຕາມຄໍາແນະນໍາຂອງທ່ານຫົວໜ້າກົມການສຶກສານອກໂຮງຮຽນກະຊວງສຶກສາທິການ ແລະກີລາສະບັບເລກທີ 0338 ລົງວັນທີ 13 ພຶດ ສະພາ 2020 ແລ້ວ, ຍັງເປັນການປະເມີນຄືນຜົນການຮຽນ-ການ ສອນຂອງຄູ-ອາຈານ ແລະນັກຮຽນໃນໜຶ່ງສົກຮຽນຜ່ານມາມີຜົນໄດ້ຮັບໜ້ອຍ-ຫຼາຍສໍ່າໃດ, ເພື່ອຈະໄດ້ພ້ອມກັນປັບປຸງແກ້ໄຂຈຸດຄົງ ຄ້າງໃນສົກຮຽນຕໍ່ໄປໃຫ້ດີຂຶ້ນແນໃສ່ສ້າງໃຫ້ລະບົບການສຶກສາພາກ ບໍາລຸງທົ່ວໄປຢູ່ແຂວງຊຽງຂວາງ ໄດ້ຮັບຄຸນນະພາບ, ທ່ານ ນາງ ຂັນທອງ ພົມມະວັນ ຍັງໃຫ້ຮູ້ຕື່ມອີກວ່າ: ສົກຮຽນນີ້ສູນ (ສນຮ) ແຂວງມີນັກສອບທັງໝົດ 17 ຄົນ ຍິງ 0 ຄົນ, ແບ່ງເປັນ 1 ຫ້ອງສອບ, ໃນນັ້ນມີທັງໝົດ 6 ວິຊາທີ່ນໍາມາສອບເສັງຄື:ວິຊາພາສາລາວ-ວັນນະຄະດີ, ສຶກສາພົນລະເມືອງ, ວິທະຍາສາດທໍາມະຊາດ, ວິທະຍາສາດສັງຄົມ,ຄະນິດສາດ ແລະວິຊາພາສາອັງກິດ,ສໍາລັບວິຊາພາສາລາວ-ວັນນະຄະດີ ແລະວິຊາຄະນິດສາດໃຊ້ເວລາສອບທັງໝົດ 120 ນາທີ, ເຫຼືອນັ້ນແມ່ນໃຊ້ເວລາສອບ 90 ນາທີ ຊຶ່ງຈະດໍາເນີນການສອບເສັງເປັນເວລາ 3 ມື້ ແຕ່ວັນທີ 14 ຫາ 16 ກໍລະກົດ 2020 ນີ້ຈຶ່ງສໍາເລັດ.

  ທ່ານ ນາງ ຂັນທອງ ພົມມະວັນ ຍັງໄດ້ໃຫ້ກຽດກ່າວເປີດຫົວບົດສອບເສັງເປັນທາງການພ້ອມທັງຮຽກຮ້ອງໃຫ້ກໍາມະການຍາມຫ້ອງສອບທຸກຄົນຈົ່ງເຮັດໜ້າທີ່ດ້ວຍ ຄວາມຮັບຜິດຊອບສູງບໍລິສຸດຍຸດຕິທໍາ, ເຂັ້ມງວດຕໍ່ການຮັກສາໄລຍະຫ່າງຂອງນັກສອບ 1 ແມັດຂຶ້ນໄປ ແລະແນະນໍາໃຫ້ນັກສອບທຸກຄົນຕ້ອງໃສ່ຜ້າປິດປາກ, ເພື່ອປ້ອງກັນ ແລະສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທີ່ເປັນໄພຄຸກຄາມອັນຮ້າຍແຮງຢູ່ໃນໂລກປະຈຸບັນ, ສ່ວນນັກສອບກໍໃຫ້ປະຕິບັດກົດລະບຽບການສອບເສັງເຂັ້ມງວດເພື່ອເຮັດແນວໃດໃຫ້ບັ້ນສອບ ເສັງຄັ້ງນີ້ດໍາເນີນໄປບັນລຸຕາມຈຸດປະສົງເປົ້າໝາຍ.

__________

ໂດຍ: ຄານສີສະຫວັນ