ເມືອງນອງ ມອບນັກສຶກສາກັບຄືນສູ່ສະຖາບັນ ພາຍຫຼັງສຳເລັດການຝຶກງານ

  ເມື່ອອາທິດຜ່ານມາເມືອງນອງຈັດພິທີມອບນັກສຶກສາກັບຄືນສູ່ສະຖາບັນພາຍຫຼັງສຳເລັດການຝຶກງານພິທີໄດ້ຈັດຂຶ້ນຢູ່ທີ່ເດີ່ນສະໂມສອນຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ, ທ່ານ ນາງ ສັງທອງ ກຽດຕະວົງ ຮອງເຈົ້າ ເມືອງໆນອງ, ທ່ານ ສຸກສະໄໝ ປ້ອງອຸ່ນຄຳ ຮອງຫົວໜ້າສາທາລະນະສຸກເມືອງນອງ, ມີບັນດາທ່ານຫົວໜ້າຈຸດສຸມ, ກຸ່ມບ້ານ, ພໍແມ່ປະຊາຊົນ ແລະນ້ອງນັກສຶກສາເຂົ້າຮ່ວມ.

   ຈາກນັ້ນກໍ່ໄດ້ຮັບຟັງການລາຍ ງານການຈັດຕັ້ງປະຕິບັດຕະຫຼອດໄລຍະ 6 ອາທິດທີ່ຜ່ານມາໃຫ້ຮູ້ ເຖິງຄວາມໝາຍຄວາມສຳຄັນໃນການລົງຝຶກງານພາກຊຸມຊົນຄັ້ງນີ້: ແມ່ນເປັນເງື່ອນໄຂໜຶ່ງທີ່ສຳຄັນໃນການຜ່ານຫຼັກສູດການຮຽນ-ການສອນ ໂດຍການຫັນເອົາຊຸມຊົນເປັນໃຈກາງໃນການສຶກສາຄົ້ນຄວ້າຊຶ່ງມີເປົ້າໝາຍເພື່ອພັດທະ ນາທັກສະ, ຄວາມຮູ້, ຄວາມສາມາດໃນການເປັນຜູ້ບໍລິຫານຊຸມຊົນເພື່ອເຂົ້າເຖິງ ແລະຮຽນຮູ້ວິທີການວາງແຜນ, ການປະສານງານທີ່ດີລະຫວ່າງວຽກງານສາທາລະ ນະສຸກລວມໄປເຖິງວຽກງານອື່ນໆປູກຝັງຈິດສຳນຶກດ້ານຄວາມຮູ້, ປະສົມການ ທີ່ມີຄຸນຄ່າມີປະໂຫຍດ, ການລົງຊຸມຊົນສາມາດເຮັດໃຫ້ນັກຶກສາໄດ້ສຳພັດວຽກຕົວຈິງໃນການລົງຊຸມຊົນ, ເຂົ້າໃຈຮູບແບບວິທີການດຳລົງຊີວິດ ແລະເປັນການປູກຝັງຈິດສຳນຶກທີ່ດີ.

  ດ້ານການເຄື່ອນໄຫວວຽກງານຂອງນັກສຶກສາຝຶກງານໃນ 2 ບ້ານ ຄື: ບ້ານປະໂຕ໋ຍໃຫຍ່ ແລະບ້ານ ຕັງອາໄລເກົ່າ ເມືອງນອງ ແຂວງ ສະຫວັນນະເຂດ ເຫັນວ່າປະຕິບັດໄດ້ຄື: ໄດ້ກວດຢ້ຽມຄົນເຈັບຕາມບ້ານເຮືອນທີ່ຕົນເອງຮັບຜິດຊອບພ້ອມກັບໃຫ້ສຸກຂະສຶກສາຫຼືການ ແນະນຳອະທິບາຍໃຫ້ພໍ່ແມ່ປະຊາ ຊົນໄດ້ເຂົ້າໃຈໃນຫົວຂໍ້ທີ່ວ່າ: ການ ຖ່າຍແບບຊະຊາຍ, ເບົາຫວານ, ຄວາມດັນ, ຈິດຕະເວດ, ແມ່ຍິງຖືພາບໍ່ໄປຝາກທ້ອງ, ເປັນປະດົງຂໍ້ມຶນຕາມນີ້ວມືຕີນ, ຫອບຫືດ, ອັກເສບປອດ, ແມ່ຫຼັງເກີດ ແລະເດັກ ຂາດສານອາຫານ, ທິມງານນັກສຶກ ສາໃຫ້ສຸກຂະສຶກສາປະຊາຊົນ ໂດຍ ບໍ່ໃຫ້ພວກເຂົາຖ່າຍຊະຊາຍ, ການສັກຢາວັກຊິນກັນພະຍາດເດັກນ້ອຍລຸ່ມ 5 ປີ ແລະໄວຈະເລີນພັນ, ແນະນຳວິທີປ້ອງກັນເພື່ອບໍ່ໃຫ້ເປັນໄຂ້ ຍູງລາຍ, ວິທີການວາງແຜນລູກ ຫ່າງ,ການອະນາໄມສາມສະອາດ,ການດື່ມນໍ້າດິບ ແລະພະຍາດຖອກທ້ອງທີ່ຈະເກີດຂຶ້ນໃນຕໍ່ໜ້າ, ອະທິບາຍສາທິດວິທີການໃສ່ຖົງຢາງອະນາໄມທີ່ຖືກຕ້ອງ, ສ່ວນຜົນທີ່ໄດ້ຮັບພາຍຫຼັງໄດ້ໃຫ້ສຸກຂະສຶກສາແກ່ພໍ່ແມ່ປະຊາຊົນ ຫຼື ໄດ້ປະເມີນເຫັນ ວ່າບັນຫາຕ່າງໆ ແມ່ນໄດ້ຫຼຸດລົງ ເປັນຕົ້ນ: ການຖ່າຍຊະຊາຍໃນເມື່ອກ່ອນຈາກ 120 ຄອບຄົບ ຍັງ ເຫຼືອ 93 ຄອບຄົວ, ການດື່ມນໍ້າດິບຈາກ 141 ຄອບຄົບ ຫຼຸດລົງຍັງ ເຫຼືອ 107 ຄອບຄົວ, ບໍ່ນອນໃນມຸ້ງ ຈາກ 34 ຄອບຄົວຫຼຸດລົງເຫຼືອ ພຽງ 20 ຄອບຄົວ ລວມໄປເຖິງບັນຫາດ້ານອື່ນໆກໍ່ໄດ້ຮັບຜົນເປັນຢ່າງດີ.

 ໂອກາດດັ່ງກ່າວທີມງານນັກ ສຶກສາກໍ່ມີຂອງຂັວນເຊັ່ນ: ຕູ້ນໍ້າເຢັນ, ໝໍ້ນໍ້າຮ້ອນ, ຈອກມອບໃຫ້ແກ່ນາຍບ້ານທັງ 2 ບ້ານ, ຈຸດສຸມຕັງອາໄລພ້ອມທັງຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໆນອງວ່າດ້ວຍການມອບໃບສັນລະເສີນໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການຮ່ວມຂະບວນການວຽກງານຄັ້ງນີ້, ຈາກນັ້ນທາງພະແນກກໍ່ໄດ້ມີເຄື່ອງນຸ່ງຮົ່ມມອບໃຫ້ແກ່ 2 ບ້ານເພື່ອເປັນຂອງຝາກຂອງຕ້ອນໃຫ້ປະຊາຊົນ, ໄດ້ຮັບຊົມການຈັດກິດຈະກຳທ່ຽວຊົມຕະຫຼາດນັດການວາງສະແດງສິນຄ້າຂອງປະຊາຊົນທັງ 2 ບ້ານທີ່ນັກສຶກສາໄດ້ຈັດຂຶ້ນ ແລະໄດ້ມອບຕູບນ້ອຍນັ່ງເຢັນຈຳນວນ 3 ຕູບໃຫ້ທາງຈຸດສຸມຕັງອາໄລເພື່ອເປັນທີ່ລະນຶກນຳອີກດ້ວຍ.

_____________

ໜັງສືພິມເສດຖະກິດ-ສັງຄົມ