ເມືອງສີງ ເສຍຊີວິດຍ້ອນອຸບັດເຫດ 6 ລາຍ

  ຕາມການໃຫ້ຂໍ້ມູນຂອງ ທ່ານ ພັນຕີ ສີວັນໄຊ ຈັນທະພິໄຊ ຫົວໜ້າກອງຕຳຫຼວດຈະລາຈອນ-ມອດໄຟກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າ ທາໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2020 ທົ່ວເມືອງສິງມີອຸບັດເຫດເກີດຂຶ້ນທັງໝົດ 21 ລາຍ, ໃນນັ້ນລົດໃຫຍ່ຕໍາລົດໃຫຍ່ 2 ລາຍ, ລົດໃຫຍ່ຕໍາລົດຈັກ 1 ລາຍ, ລົດຈັກຕໍາລົດຈັກ 11 ລາຍ, ລົດຈັກຕຳລົດໃຫຍ່ 3 ລາຍ, ລົກຈັກຕຳຄົນຍາງ 2 ລາຍ, ລົດຈັກຕຳລົດຖີບ 1 ລາຍ ແລະລົດໃຫຍ່ປີ້ນເອງ 1 ລາຍ, ເຮັດໃຫ້ມີຜົນເສຍຫາຍພາຫະນະເປ່ເພທັງໝົດ37 ຄັນ, ເປ່ເພ ສົມຄວນ 17 ຄັນເປ່ເພເລກນ້ອຍ 19 ຄັນ, ໃຊ້ການບໍ່ໄດ້ 1 ຄັນ, ມີຜູ້ທີ່ໄດ້ຮັບບາດເຈັບ 45 ຄົນ, ຍິງ 4 ຄົນ, ບາດເຈັບສົມຄວນ 8 ຄົນ, ຍິງ 2 ຄົນ, ບາດເຈັບສາຫັດ 3 ຄົນ, ບາດເຈັບເລັກນ້ອຍ 28 ຄົນ, ຍິງ 2 ຄົນ ແລະເສຍຊີວິດ 6 ຄົນ ສ້າງຄວາມເສຍຫາຍທັງໝົດ 492,8 ລ້ານກີບ.

  ທ່ານ ພັນຕີ ສີວັນໄຊ ຈັນທະພິໄຊ ໃຫ້ຮູ້ຕື່ມອີກວ່າ: ຄະດີອຸບັດເຫດຖ້າທຽບໃສ່ 6 ເດືອນທ້າຍປີ 2019 ແມ່ນຫຼຸດລົງ 8 ລາຍ, ສາເຫດສ່ວນໃຫຍ່ທີ່ພາໃຫ້ເກີດ ອຸ ບັດເຫດແມ່ນເກີດຈາກນັກຂັບຂີ່ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດດ້ວຍຄວາມປະໝາດຂາດສະຕິ, ແລ່ນໄວ້ເກີນກຳນົດ ແລະ ບໍ່ເຄົາລົບກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງຈຶ່ງພາໃຫ້ເກີດອຸບັດເຫດ ແລະ ທ່ານຍັງໄດ້ຝາກເຖິງຜູ້ຂັບຂີ່ກໍ່ຄືຜູ້ທີ່ໃຊ້ລົດໃຊ້ຖະໜົນໃນການເດີນທາງໄປ-ມາ ທຸກທ່ານຂໍໃຫ້ມີສະຕິຄ່ອຍໄປຄ່ອຍມາ ແລະພ້ອມກັນປະຕິບັດກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງໃຫ້ເຂັ້ມງວດເພື່ອຫຼີກເວັ້ນຈາກການເກີດອຸບັດເຫດໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ.

_____________

ຂຽນໂດຍ: ສົມພອນ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ