ພົບສົບ ນາຢາ ຣິເວຣາ ດາລາຊື່ດັງຈາກ Glee

 ພົບສົບ ນາຢາ ຣິເວຣາ ດາຣາຊື່ດັງຈາກຊີຣີເລື່ອງ Glee ຫຼັງຈາກຫາຍຕົວຢູ່ກາງທະເລສາບ 5 ວັນ ຄາດວ່າເພາະຊ່ວຍຊີວິດລູກ ຊາຍກ່ອນຈົມນໍ້າເສຍຊີວິດ.

 ລາຍງານລະບຸວ່າພົບສົບຂອງ ນາຢາ ຣິເວຣາ ນັກສະແດງສາວ ອາຍຸ 33 ປີຈາກຊີຣີດັງເລື່ອງ Glee ທີ່ຫາຍສາບສູນກາງທະເລສາບລັດແຄລິຟໍເນຍ ຂອງອາເມລິກາ ຕັ້ງແຕ່ວັນທີ 8 ກໍລະກົດທີ່ຜ່ານມາ ລະຫວ່າງເຊົ່າເຮືອອອກ ໄປກັບ ໂຈຊີ ຣອນລິສ ດໍຊີ ລູກ ຊາຍອາຍຸ 4 ປີ ແລະຈາກການກວດກາເບື້ອງຕົ້ນບໍ່ພົບຫຼັກຖານທີ່ຕ້ອງສົງໄສກ່ຽວກັບການຂ້າຕົວຕາຍ, ຊຶ່ງລູກຊາຍຂອງຣິເວຣາ ເລົ່າໃຫ້ເຈົ້າໜ້າທີ່ຟັງວ່າແມ່ຊ່ວຍ ໃຫ້ລາວກັບຂຶ້ນມາເທີງເຮືອກ່ອນ ທີ່ເດັກຊາຍຈະເບິ່ງລົງໄປແລ້ວເຫັນແມ່ຄ່ອຍໆຈົມຫາຍໄປໃຕ້ນໍ້າ ແລະ ຄາດວ່າ ຣິເວຣາ ລົງໄປລອຍນໍ້າຫຼິ້ນໃນເຂດພື້ນທີ່ໃຫ້ລອຍນໍ້າໄດ້ ແຕ່ລາວບໍ່ໄດ້ໃສ່ເສື້ອຊູຊີບ.

---------

ຮຽບຮຽງໂດຍ: ແກ້ວ