ຝຣັ່ງຈະເພີ່ມງົບຟື້ນຟູເສດຖະກິດ 100 ຕື້ເອີໂຣ

  ລັດຖະບານຝຣັ່ງຈະເພີ່ມເງິນອຸດໜູນເສດຖະກິດ 100 ຕື້ ເອີໂຣ ເພື່ອຟື້ນຟູເສດຖະກິດຂອງປະເທດ ພ້ອມກັນນັ້ນຍັງໃຊ້ມາດຕະການປ້ອງກັນເພື່ອຮັບມືກັບສະຖານະການພະຍາດລະບາດທີ່ອາດ ຈະເກີດຂຶ້ນໃນຮອບ 2 .

 ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ເອັນມານູ ແອລ ມາຄຣົງ ປະທານາທິບໍດີຝຣັ່ງປະກາດວ່າຝຣັ່ງໄດ້ຈັດສັນບ້ວງເງິນ 460 ຕື້ເອີໂຣ ພາຍຫຼັງເກີດການ ແຜ່ລະບາດຂອງພະຍາດໂຄວິດ-19, ປະຈຸບັນຈະເພີ່ມງົບປະມານ 100 ຕື້ເອີໂຣ ເພື່ອຟື້ນຟູເສດຖະກິດເຊັ່ນ: ອຸດສາຫະກຳ, ລະບົບນິເວດ, ການກໍ່ສ້າງໃນທ້ອງຖິ່ນ, ວັດທະນະທຳ, ການສຶກສາເປັນຕົ້ນ ສະຖານະການແຜ່ລະບາດດັ່ງກ່າວສົ່ງຜົນໃຫ້ມີຜູ້ວ່າງງານພາຍໃນປະເທດເພີ່ມສູງຂຶ້ນ800.000-10 ລ້ານຄົນ ໂດຍສະເພາະກຸ່ມເຍົາວະຊົນເປັນປັດໄຈສຳຄັນໃນການຟື້ນຟູເສດຖະກິດ ເພື່ອແກ້ໄຂບັນຫາການ ຊອກຫາວຽກເຮັດງານທຳຂອງນັກສຶກສາຈົບໃໝ່.

 ນອກຈາກນັ້ນ ທ່ານ ເອັນມານູ ແອລ ມາຄຣົງ ຍັງໃຫ້ຄຳໝັ້ນສັນ ຍາວ່າ ໃນໄລຍະ 6 ເດືອນຕໍ່ໜ້າຈະເພີ່ມການຈ້າງງານຕື່ມອີກ 100.000 ຕຳແໜ່ງໃນຂົງເຂດ ການບໍລິການສາທາລະນະ.

-------

ໜັງສືພິມເສດຖະກິດ-ສັງຄົມ