ສຶກສາອັດຕະປື ຮັບອຸປະກອນປ້ອງກັນ ແລະຄວບຄຸມໂຄວິດ-19

  ວັນທີ 14 ກໍລະກົດ 2020 ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກສຶກສາທິການ ແລະກີລາ ແຂວງອັດຕະປືໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ຄຳພູນ ແກ້ວມາລາ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງພ້ອມດ້ວຍຄະນະພັກ-ຄະນະບໍລິຫານການສຶກສາ ແລະກີລາພາຍໃນພະແນກເຂົ້າຮ່ວມ.

ໃນໂອກາດທີ່ທ່ານໄດ້ລົງມາເຄື່ອນໄຫວຢ້ຽມຢາມຄະນະການນຳສຶກສາແຂວງອັດຕະປືດັ່ງກ່າວໄດ້ນຳເອົາອຸປະກອນການປ້ອງກັນ,ຕ້ານ ແລະຄວບຄຸມພະຍາດໂຄວິດ-19, ມາມອບໃຫ້ກັບພະແນກສຶກສາທິການ ແລະ ກີລາ ແຂວງອັດຕະປື ຊຶ່ງປະກອບມີ: ສະບູຈຳນວນ 70 ກ້ອນ, ນໍ້າຢາລ້າງມື 13 ຂວດ, ຜ້າອັດປາກ-ອັດດັງຈໍານວນ 6.000 ຜືນ, ເຄື່ອງວັດແທກອຸນຫະພູມ 40 ເຄື່ອງ ແລະໂພສເຕີ ໂຄສະນາການສ້າງຈິດສຳນຶກການລ້າງມືຈຳນວນ 100 ແຜ່ນ ແລະອຸປະກອນການສຶກສາເປັນປຶ້ມຂຽນຈຳນວນ 400 ຫົວລວມມູນຄ່າທັງໝົດ 34,18 ລ້ານກີບ.

  ທ່ານ ນາງ ແສງເດືອນ ຫຼ້າ ຈັນທະບູນ ກ່າວວ່າ: ການມອບອຸປະກອນໃນຄັ້ງນີ້ເພື່ອມອບໃຫ້ພະແນກສຶກສາທິການ ແລະກີລາ ແຂວງອັດຕະປື ແບ່ງປັນ, ຈັດສັນມອບຕໍ່ໃຫ້ໂຮງຮຽນເຂດຫ່າງໄກສອກຫຼີກ ແລະໂຮງຮຽນທີ່ຍັງຂາດເຂີນ, ແນໃສ່ເຮັດໃຫ້ເຂົາເຈົ້າໄດ້ມີອຸປະກອນນຳໃຊ້ເຂົ້າໃນການປ້ອງກັນຢ່າງທົ່ວເຖິງກັນ.

___________

ໂດຍ: ວົງມະນີ