ສາມັກຄີໄຊ ສອບເສັງຈົບຊັ້ນ ປ.5

   ໃນລະຫວ່າງວັນທີ 15-17 ກໍລະກົດ 2020 ທີ່ໂຮງຮຽນປະຖົມເຊກອງ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຈັດພິທີເປີດບັ້ນດຳເນີນການສອບເສັງຈົບຊັ້ນປະຖົມສຶກສາປີທີ 5 ປະຈຳສົກ 2019-2020 ໂດຍການເປັນປະທານຂອງທ່ານ ບຸນທະມາລີ ໝັ້ນອານົງ ເລຂາພັກເມືອງ, ເຈົ້າເມືອງສາມັກຄີໄຊ, ທັງເປັນປະທານຈັດການສອບເສັງໃນຄັ້ງ, ມີທ່ານ ລຸນນີສັນ ທອງທິບ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ທ່ານ ສີພອນ ວັນນະລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ,ບັນດາຄະນະກຳມະການຈັດການສອບເສັງ, ແລະນັກສອບເສັງຈາກໂຮງຮຽນແຫ່ງຕ່າງໆ ພາຍໃນເທສະບານເມືອງເຂົ້າຮ່ວມ.

 ທ່ານ ບຸນທະມາລີ ໝັ້ນອານົງ ກ່າວວ່າ: ການສອບເສັງຈົບຊັ້ນຄັ້ງນີ້ແມ່ນເປັນການປະເມີນ-ຕີລາຄາຜົນໄດ້ຮັບການຊີ້ນຳ-ນຳພາຂອງຄະນະຜູ້ບໍລິຫານການສຶກສາແລະກີລາທຸກຂັ້ນ, ຄູສອນ ແລະນັກຮຽນຕະຫຼອດຮອດການມີສ່ວນ ຮ່ວມຂອງພໍ່ແມ່-ຜູ້ປົກຄອງເດັກ ແລະອຳນາດການປົກທີ່ກຽວຂ້ອງໃນໄລຍະ 1 ສົກຮຽນ ຫຼື ໄລຍະ 5 ປີຜ່ານມາ, ສະນັ້ນ,ຈຶ່ງຮຽກຮ້ອງບັນດາຄະນະກຳມະການ ແລະອະນຸກໍາມະການຄວບຄຸມຫ້ອງສອບ ແລະ ນ້ອງໆ ນັກສອບເສັງທຸກຄົນໃຫ້ມີຄວາມຮັບຜິດຊອບສູງຕໍ່ການປະຕິບັດສິດ ແລະໜ້າທີ່ຂອງຜລາວຢ່າງເຂັ້ມງວດໂດຍສະເພາະແມ່ນປະຕິບັດຕາມກົດລະບຽບການສອບເສັງຄັ້ງນີ້ຢ່າງເຄັ່ງຄັດ,ເພື່ອໃຫ້ໄດ້ຜົນການສອບເສັງມາຖືກຕ້ອງຕາມຄວາມເປັນຈິງ,ແນໃສ່ເພື່ອໃຫ້ຮູ້ບັນຫາຈຸດອ່ອນ ແລະຂໍ້ຄົງຄ້າງພ້ອມທັງຮ່ວມກັນປັບປຸງແກ້ໄຂເຮັດໃຫ້ການສຶກສາ ແລະໃນທົ່ວເມືອງສາມັກຄີໄຊມີຄຸນນະພາບສູງຂຶ້ນຕື່ມ ໂດຍໄປຕາມ 3 ລັກສະນະ ແລະ5 ຫຼັກມູນການສຶກສາທີ່ກະຊວງສຶກສາທິການ ແລະກີລາໄດ້ວາງອອກຢ່າງມີປະສິດທິພາບສູງ.

  ທ່ານ ນາງ ວົງພະຈັນ ໄຊສົງຄາມ ວິຊາການຫ້ອງການສຶກສາທິການ ແລະກີລາເມືອງໃຫ້ຮູ້ວ່າ: ການສອບເສັງປະຖົມສຶກສາໃນສົກຮຽນນີ້ທົ່ວເມືອງສາມັກຄີໄຊມີນັກສອບເສັງທັງໝົດ 851 ຄົນ ຍິງ 398 ຄົນ, ໂດຍໄດ້ຈັດໃຫ້ມີ 8 ສູນສອບເສັງຄື: ສູນໂຮງຮຽນປະຖົມເຊກອງ, ສູນໂຮງຮຽນປະຖົມທ່າຫີນ, ສູນໂຮງຮຽນປະຖົມສາ ມັກຄີ, ສູນໂຮງຮຽນປະຖົມຈະເລີນສຸກ, ສູນໂຮງຮຽນປະຖົມຮະລາງ, ສູນໂຮງຮຽນປະຖົມສອກ ແລະສູນໂຮງຮຽນປະຖົມ ແບ່ງພູຄຳໃນນີ້ມີ 38 ຫ້ອງສອບເສັງແຕ່ລະຫ້ອງບັນຈຸນັກສອບເສັງຕໍ່າສຸດ 15 ຄົນ ສູງສຸດ 25 ຄົນ; ການສອບເສັງປະກອບມີ 3 ວິຊາ ຄື: ວິຊາຄະນິດສາດ, ວິຊາໂລກອ້ອມຕົວ ແລະວິຊາພາສາລາວ.